ວັນທີ 2 ກັນຍາ 2026, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະນໍາຂັ້ນສູງກາງ ແລະ ທ້ອງຖິ່ນ ໄດ້ສົມທົບກັບການນຳຂັ້ນເມືອງ ລົງພື້ນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງເປັນເມືອງໝຶ່ງທີ່ໄດ້ຮັບຜົນກະທົບໝັກຈາກນໍ້າຖ້ວມ ໃນວັນທີ 30 ສິງຫາ 2026 ຜ່ານມາ. ທັງນີ້, ກໍເພື່ອຕິດຕາມ, ຊຸກຍູ້ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ນອກນັ້ນ ຍັງເປັນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.

ໂອກາດນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຍັງໄດ້ເນັ້ນໜັກບາງບັນຫາອັນຮີບດ່ວນໃຫ້ຄະນະນຳທຸກຂັ້ນ ສຸມທຸກກຳລັງແຮງທີ່ມີເຂົ້າໃນການແກ້ໄຂ ໂດຍສະເພາະແມ່ນຟື້ນຟູບັນດາພື້ນຖານໂຄງລ່າງ ເຊັ່ນ: ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍ, ສະຖານທີ່ບໍລິການອື່ນໆ, ໄປພ້ອມກັບການລົງເກັບກຳຂໍ້ມູນສະຖິຕິ ຄວາມເສຍຫາຍໃຫ້ລະອຽດ ເພື່ອກຳນົດການຊ່ວຍເຫລືອໃຫ້ທັນສະພາບການ.
ໂອກາດການລົງເຄື່ອນໄຫວຢ້ຽມຢາມບັນດາຈຸດທີ່ໄດ້ຮັບຜົນກະທົບພາຍໃນເທສະບານເມືອງ ໂດຍສະເພາະແມ່ນຈຸດຂົວນ້ຳແຊ, ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແລະ ບ້ານເຮືອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ, ຄະນະດັ່ງກ່າວ, ກໍໄດ້ມອບເງິນສົມທົບ ຈຳນວນ 200 ລ້ານກີບ ໃຫ້ເມືອງ ເພື່ອນນຳໃຊ້ເຂົ້າໃນການຊ່ວຍເຫລືອ, ຟື້ນຟູໄພທຳມະຊາດນໍ້າຖ້ວມຄັ້ງນີ້ຕື່ມອີກ.

