Homeຂ່າວຕ່າງປະເທດຍຶດໝັ້ນ “ການພັດທະນາດ້ວຍຄຸນນະພາບສູງຂຶ້ນ” ອົງການຮ່ວມມືຊຽງໄຮ້ ຈະເສີມຂະຫຍາຍບົດບາດອັນຍິ່ງໃຫຍ່

ຍຶດໝັ້ນ “ການພັດທະນາດ້ວຍຄຸນນະພາບສູງຂຶ້ນ” ອົງການຮ່ວມມືຊຽງໄຮ້ ຈະເສີມຂະຫຍາຍບົດບາດອັນຍິ່ງໃຫຍ່

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ປີນີ້ ແມ່ນປີຄົບ 25 ປີ ຂອງການສ້າງຕັ້ງອົງການຮ່ວມມືຊຽງໄຮ້. ວັນທີ 1 ກັນຍານີ້, ກອງປະຊຸມສະພາມົນຕີປະມຸກລັດ ອົງການຮ່ວມມືຊຽງໄຮ້ ຄັ້ງທີ 26 ແລະ ກອງປະຊຸມ “ອົງການຮ່ວມມືຊຽງໄຮ້+” ໄດ້ຈັດຂຶ້ນຢູ່ນະຄອນຫລວງບິສເຄັກ ປະເທດກຽກກິດສະຖານ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສທີ່ສຳຄັນ ໂດຍສະເໜີຈຸດຢືນ 4 ຂໍ້ກ່ຽວກັບການພັດທະນາຂອງອົງການຮ່ວມມືຊຽງໄຮ້ ແລະ 3 ຂໍ້ສະເໜີກ່ຽວກັບການເສີມຂະຫຍາຍບົດບາດຂອງອົງການຮ່ວມມືຊຽງໄຮ້ ໃຫ້ດີກວ່າເກົ່າ ເຊິ່ງໄດ້ຮັບການຕອບຮັບຢ່າງກວ້າງຂວາງ.

“ຍຶດໝັ້ນການຖືເອົາການພັດທະນາເປັນບຸລິມະສິດ ແລະ ສ້າງອະນາຄົດທີ່ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ” “ຍຶດໝັ້ນການຖືຄວາມໝັ້ນຄົງເປັນຈຸດສຳຄັນ ແລະ ສ້າງສະພາບແວດລ້ອມທີ່ປອດໄພໂດຍທົ່ວໄປ” “ຍຶດໝັ້ນການຖືຄົນເປັນກົກ ແລະ ເສີມສ້າງພື້ນຖານມິດຕະພາບແບບລຸ້ນຕໍ່ລຸ້ນຢ່າງເລິກເຊິ່ງ” “ຍຶດໝັ້ນການເຈລະຈາ ແລະ ປຶກສາຫາລື, ປັບປຸງການບໍລິຫານທີ່ຍຸດຕິທຳ ແລະ ເປັນລະບຽບ” —- ຈຸດຢືນ 4 ຂໍ້ທີ່ທ່ານ ສີຈິ້ນຜິງ ສະເໜີນັ້ນ ແມ່ນກົງກັບການປະຕິບັດຈຸດຢືນ 4 ຂໍ້ລິເລີ່ມທົ່ວໂລກ ເຊິ່ງເປັນການສະໜອງ “ແຜນການຂອງຈີນ” ເພື່ອສົ່ງເສີມການພັດທະນາອົງການຮ່ວມມືຊຽງໄຮ້. ນັກວິເຄາະ ຊີ້ອອກວ່າ: ນີ້ໝາຍຄວາມວ່າ ອົງການຮ່ວມມືຊຽງໄຮ້ ຈະກາຍເປັນເວທີສຳຄັນໃນການຈັດຕັ້ງປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ ແລະ ເສີມຂະຫຍາຍບົດບາດອັນໃຫຍ່ຫລວງກວ່າເກົ່າໃນການປົກປ້ອງສັນຕິພາບ ແລະ ການພັດທະນາຂອງໂລກ.

ໃນກອງປະຊຸມ “ອົງການຮ່ວມມືຊຽງໄຮ້+” , ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກໃຫ້ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງແຜ່ນດິນໃຫຍ່ ອາຊີ-ເອີຣົບ ດ້ວຍ “ກຳລັງອົງການຮ່ວມມືຊຽງໄຮ້”, ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວຂອງເຂດໂລກໃຕ້ດ້ວຍ “ສະຕິປັນຍາຂອງອົງການຮ່ວມມືຊຽງໄຮ້” ແລະ ນຳພາການປະຕິຮູບ ແລະ ການປັບປຸງການບໍລິຫານທົ່ວໂລກໂດຍ “ການເຄື່ອນໄຫວຂອງອົງການຮ່ວມມືຊຽງໄຮ້”. ນັກວິເຄາະ ເຫັນວ່າ: 3 ຂໍ້ສະເໜີດັ່ງກ່າວຈະຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮ້ ເສີມຂະຫຍາຍບົດບາດໃຫ້ດີກວ່າເກົ່າ ແລະ ຊຸກຍູ້ໃຫ້ບັນລຸການບໍລິຫານທົ່ວໂລກທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.

ຈີນ ຈະສືບຕໍ່ຮ່ວມກັບສະມາຊິກ “ຄອບຄົວໃຫຍ່ອົງການຮ່ວມມືຊຽງໄຮ້”, ຍຶດໝັ້ນ “ຈິດໃຈຊຽງໄຮ້”, ຈັດຕັ້ງປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ, ປະກອບສ່ວນດ້ານສະຕິປັນຍາ ແລະ ແຜນການຂອງຈີນ ເຂົ້າໃນການປັບປຸງການບໍລິຫານທົ່ວໂລກ ແລະ ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງຕໍ່ເນື່ອງ ແລະ ໄດ້ຮັບຜົນສຳເລັດຫລາຍກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments