ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມ ຢູ່ບາງກອກ, ປະເທດໄທ ໂດຍການເປັນເຈົ້າພາບ ຂອງກະຊວງແຮງງານ ແຫ່ງ ປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ຢືນຢັນຈຸດປະສົງເປົ້າໝາຍ ຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືແບບທະວີພາຄີໃນອາຊຽນ, ຄູ່ຮ່ວມພັດທະນາ, ປະເທດຄູ່ເຈລະຈາ ແລະ ສະໜັບສະໜູນ ບັນດາແຜນງານ ໃນຂອບຂອງອາຊຽນ ໂດຍສະເພາະ ແຜນງານຂອງເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ແຜນງານຂອງລັດຖະມົນຕີແຮງງານອາຊຽນ ໄລຍະ 2026-2030 ເພື່ອຊຸກຍູ້ ແລະ ນຳມາຊຶ່ງຜົນປະໂຫຍດຮ່ວມກັນໃນອາຊຽນ ເປັນຕົ້ນ ການສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ, ການຈັດຕັ້ງປະຕິບັດມາດຕະຖານແຮງງານ ໂດຍເອົາໃຈໃສ່ການກວດກາແຮງງານ, ວຽກງານສຸຂະພາບ ແລະ ຄວາມປອດໄພແຮງງານ, ການປົກປ້ອງສັງຄົມ, ການພັດທະນາສີມືແຮງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມທິດທາງຂອງການເຮັດວຽກທີ່ມີຄຸນຄ່າ, ເປັນທໍາ ແລະ ເສດຖະກິດ ທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ແລະ ດີຈິຕອນ.

ພ້ອມນີ້, ຄະນະຜູ້ແທນລາວ ຍັງໄດ້ເອກະພາບ ແລະ ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງການຮ່ວມ ຂອງລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ແລະ ຖະແຫລງການຮ່ວມ ຂອງລັດຖະມົນຕີແຮງງານອາຊຽນ ບວກ 3 ຄັ້ງທີ 14, ຊຶ່ງເປັນການບັນທຶກທິດທາງຮ່ວມກັນ ລະຫວ່າງ ລັດຖະມົນຕີແຮງງານອາຊຽນ ແລະ ປະເທດຄູ່ເຈລະຈາ ປະກອບດ້ວຍ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ. ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ຈະນຳໄປລາຍງານໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ປະເທດຟິລິບປິນ.
ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຈັດຂຶ້ນທຸກໆ 2 ປີ, ຊຶ່ງໄລຍະ 2026-2028 ປະເທດໄທ ເປັນປະທານ ແລະ ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 30 ປະເທດຕີມໍແລັດສະເຕ ຈະຮັບເປັນເຈົ້າພາບ ໃນປີ 2028.
ຂໍ້ມູນ-ພາບ: ຂ່າວສານແຮງງານ

