ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກຳລັງກອງບັນຊາການທະຫານ ແຂວງອຸດົມໄຊ ສືບຕໍ່ລົງເຄື່ອນໄຫວຊ່ວຍເຫລືອພໍ່ແມ່ປະຊາຊົນ ຟື້ນຟູທີ່ພັກອາໄສ ແລະ ມ້ຽນມັດເຄື່ອງຂອງ ຢູ່ຈຸດບ້ານຫລັກ 4 ແລະ ໂຮງງານດີນຈີ່ ບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ເປັນມື້ທີ 4.

