ວິທະຍຸກະຈ່າຍສຽງຫວຽດນາມ, ໃນທ້າຍເດືອນສິງຫາ, ເປັນຄັ້ງທຳອິດທຳນຽບຂາວ ໄດ້ປະກາດ ລາຍລະອຽດຂໍ້ຕົກລົງນ້ຳມັນກັບເວເນຊູເອລາ, ເຊິ່ງ 2 ຝ່າຍ ໄດ້ເປັນເອກະພາບກັນກ່ອນນັ້ນ 2-3 ວັນ. ສິ່ງທີ່ໜ້າສົນໃຈ, ລັດຖະບານອາເມລິກາ ຈະເຂົ້າຮ່ວມໂຄງສ້າງຂໍ້ຕົກລົງໂດຍກົງ. ຄາດວ່າບໍລິສັດ NABEP ລະດົມຈຳວນເງິນ 100 ຕື້ໂດລາສະຫະລັດ ເພື່ອຟື້ນຟູ ແລະ ພັດທະນາພື້ນຖານໂຄງລ່າງນ້ຳມັນ ເວເນຊູເອລາ, ດ້ວຍເປົ້າໝາຍຍົກປະລິມານ ແຕ່ປະມານ 200.000 ຖັງ/ວັນ ໃນປະຈຸບັນ ຂຶ້ນເປັນກວ່າ 1 ລ້ານຖັງ/ວັນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

