ສຳນັກຂ່າວຊິນຮວາ ຂອງຈີນ ລາຍງານວ່າ: 3 ສາຍການບິນລັດວິສາຫະກິດລາຍໃຫຍ່ທີ່ສຸດ ຂອງຈີນ ຄື: ແອຣ ຊາຍນາ (Air China), ຊາຍນາອີສເທັນແອຣລາຍ (China Eastern Airlines) ແລະ ຊາຍນາເຊົາເທັນແອຣລາຍ (China Southern Airlines) ໄດ້ຂາດທຶນ ສຸດທິລວມ 8,2 ຕື້ຢວນ ໃນໄລຍະ 6 ເດືອນຕົ້ນປີ 2026 ເຊິ່ງຖືເປັນ ການຂາດທຶນ ຕໍ່ເນື່ອງ ເປັນປີທີ 7 ເນື່ອງຈາກ ຕົ້ນທຶນ ນ້ຳມັນເຊື້ອໄຟ ພວມມີການປັບຕົວສູງຂຶ້ນ.
ໂດຍແອຣ ຊາຍນາ ຂາດທຶນ ສຸດທິ 2,3 ຕື້ຢວນ ເພີ່ມຂຶ້ນຈາກ 1,81 ຕື້ຢວນ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ໃນຂະນະທີ່ ຊາຍນາ ອີສເທັນ ຂາດທຶນ 2,2 ຕື້ຢວນ ຈາກເດີມ 1,43 ຕື້ຢວນ ແລະ ຊາຍນາ ເຊົາເທັນ ຂາດທຶນ 3,7 ຕື້ຢວນ ເພີ່ມຂຶ້ນຈາກ 1,53 ຕື້ຢວນ. ຕົວເລກຂາດທຶນ ດັ່ງກ່າວ ໄດ້ເລີ່ມຂຶ້ນໃນໄຕມາດທຳອິດ ເຊິ່ງທັງ 3 ສາຍການບິນ ມີກຳລັງລວມ 4,82 ຕື້ຢວນ ໂດຍໄດ້ຮັບແຮງໜຸນ ຈາກຄວາມຕ້ອງການ ເດີນທາງ ໃນໄລຍະ ເທດສະການບຸນກຸດຈີນ.

