Homeຂ່າວໜ້າໜຶ່ງພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ໃນວັນທີ 1 ກັນຍາຜ່ານມາ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ພ້ອມດ້ວຍຫົວໜ້າກົມ-ຮອງກົມ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ຮ່ວມກັບຄະນະປະຈຳ, ຄະນະພັກແຂວງ, ຫົວໜ້າພະແນກ-ອົງການ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ເມືອງພາຍໃນແຂວງອຸດົມໄຊ.

ໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ໄດ້ລາຍງານກ່ຽວກັບສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ ໃນໄລຍະທ້າຍເດືອນ ກໍລະກົດ ຈົນມາຮອດທ້າຍເດືອນສິງຫາ 2026 ເນື່ອງຈາກມີຝົນຕົກໜັກຢ່າງຕໍ່ເນື່ອງເປັນເວລາຫຼາຍວັນ ສົ່ງຜົນໃຫ້ລະດັບນໍ້າໃນແມ່ນໍ້າຕ່າງໆ ຂອງແຂວງເພີ່ມຂຶ້ນຢ່າງໄວວາ ແລະ ສູງກວ່າລະດັບເຕືອນໄພ. ຊຶ່ງໃນໄລຍະ ເດືອນສິງຫານີ້ມີສະພາບນໍ້າຖ້ວມເກີດຂຶ້ນທັງໝົດ 3 ຄັ້ງ. ໃນລະຫວ່າງວັນທີ 7-8 ສິງຫາ 2026 ໄດ້ເກີດນໍ້າຖ້ວມຢູ່ເມືອງນາໝໍ້, ເມືອງງາສ້າງຜົນກະທົບຕໍ່ເສັ້ນທາງຄົມມະນາຄົມ, ພື້ນທີ່ທໍາການຜະລິດ, ເຮືອນຊານປະຊາ ຊົນ ແລະ ຕາຂ່າຍໄຟຟ້າ; ໃນໄລຍະວັນທີ 19 ສິງຫາ 2026 ໄດ້ເກີດນໍ້າໄຫຼຊຸ ຢູ່ເມືອງແບງ ສົ່ງຜົນກະທົບໜັກ ໃນ 3 ບ້ານ ສ້າງຜົນເສຍຫາຍດ້ານທີ່ຢູ່ອາໄສ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາ, ໂຮງໝໍ, ເນື້ອທີ່ທຳການຜະລິດ, ລະບົບຊົນລະປະທານ. ຢູ່ເມືອງຮຸນໄດ້ເກີດສະພາບນໍ້າໄຫຼນອງຈຸດຂົວວັງລໍ່າ ມີລົດບັນທຸກແລ່ນຜ່ານ ແລ້ວຕົກຂົວ ເຮັດໃຫ້ເກີດມີຜູ້ເສຍຊີວິດ 1 ຄົນ (ຄົນຈີນ). ໃນໄລຍະວັນທີ 29-30 ສິງຫາ 2026 ໄດ້ເກີດຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ມີນໍ້າຖ້ວມຢູ່ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫຼາ, ລັກສະນະນໍ້າໄຫຼຊຸກະທັນຫັນໃນຕອນເດິກຂ້ອນແຈ້ງ ຈຸດເມືອງໄຊ ສົ່ງຜົນກະທົບເປັນວົງກວ້າງ ສັງລວມເບື້ອງຕົ້ນ ປະກອບມີຕ້ານເຈື່ອນນໍ້າກໍ ຈຸດພະແນກສຶກສາທິການ ແລະ ກິລາ, ຣີສອດຂອງພາກທຸລະກິດ (ນໍ້າກັດ, ນໍ້າພາກ), ທີ່ຢູ່ອາໄສຂອງປະຊາຊົນ, ຫ້ອງການຂອງພາກລັດ, ໂຮງຮຽນ, ເສັ້ນທາງຄົມມະນາຄົມ, ຂົວ, ຕາຂ່າຍໄຟຟ້າ ແລະ ລະບົບການສື່ສານ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ພາຫະນະ (ລົດໃຫຍ່-ລົດຈັກ) ແລະ ອື່ນໆ ລວມຜົນກະທົບໃນ 2 ຄັ້ງຜ່ານມາ ມີ 4 ເມືອງ (ເມືອງແບງ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫຼາ) ມີທັງໝົດ 35 ບ້ານ ກວມເອົາ 688 ຄອບ ຄົວ, ປະຊາຊົນໄດ້ຮັບຜົນກະທົບທັງໝົດ 3,985 ຄົນ ຍິງ 1,978 ຄົນ ລວມມູນຄ່າເສຍຫາຍທັງໝົດໃນ 2 ຄັ້ງກ່ອນ 48,469,432,101 ກີບ.

ສ່ວນຜົນກະທົບຄັ້ງຫຼ້າສຸດ ປະກອບມີ 3 ເມືອງ (ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫຼາ) ມີ 81 ບ້ານ ໄດ້ຮັບຜົນກະທົບ, ສ່ວນຈໍານວນຄອບຄົວ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນລະອຽດ ລວມໄພພິບັດທັງ 3 ຄັ້ງໃນເດືອນສິງຫານີ້ມີຜູ້ບາດເຈັບທັງໝົດ 4 ຄົນ ຍິງ 3 ຄົນ, ສູນຫາຍ 1 ຄົນ, ຍິງ 1 ຄົນ, ເສຍຊີວິດ 1 ຄົນ (ຄົນຈີນ 1). ສ່ວນຜົນເສຍຫາຍຈາກໄພພິບັດຄັ້ງນີ້ ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້. ປັດຈຸບັນການນຳທຸກຂັ້ນຂອງແຂວງໄດ້ປຸກລະດົມທຸກກຳລັງແຮງສືບຕໍ່ຕິດຕາມສະພາບອາກາດ ແລະ ລະດັບນໍ້າໃນແມ່ນໍ້າຕ່າງໆຢ່າງໃກ້ຊິດ ເພື່ອອອກແຈ້ງການເຕືອນໄພໃຫ້ຊັດເຈນ, ທັນການ ແລະ ທົ່ວເຖິງ. ສືບຕໍ່ຟື້ນຟູທີ່ພັກອາໄສ, ສະໜອງເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນໃຫ້ປະຊາຊົນ; ເລັ່ງສ້ອມແປງຟື້ນຟູ, ສ້ອມແປງອະນາໄມເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນໍ້າປະປາ ແລະ ພື້ນທີ່ທຳການຜະລິດ ແລະ ອື່ນໆ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ; ປະເມີນຜົນກະທົບຢ່າງລະອຽດ ເພື່ອປະກາດເປັນເຂດໄພພິບັດ (ຖ້າຄົບເງື່ອນໄຂ) ແລະ ລະດົມການຊ່ວຍເຫຼືອຈາກສັງຄົມ, ຄົ້ນຄວ້ານະໂຍບາຍທີ່ຈໍາເປັນຕໍ່ພາກທຸລະກິດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນຕົ້ນແມ່ນ ການຍົກເວັ້ນພາສີ-ອາກອນ ຫຼື ອື່ນໆ.

ໃນພິທີ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ມອບເງິນສົມທົບເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງຈໍານວນ 300,000,000 ກີບ ແລະ ເຄື່ອງອຸປະໂພກ, ບໍລິໂພກ ມູນຄ່າ 633,000,000 ກີບ ລວມມູນຄ່າທັງໝົດ 933,000,000, ກະຊວງປ້ອງກັນປະເທດ 200 ລ້ານກີບ, ກຸ່ມບໍລິສັດພົງຊັບທະວີ 300 ລ້ານກີບ, ບໍລິສັດ ຮ່ວມມືພັດທະນາສາກົນ 100 ລ້ານກີບ, ບໍລິສັດ ແອວໄອທີໂຊລູຊັບ 100 ລ້ານກີບ, ບໍລິສັດ ໄຊອີນເຕີ ຈໍາກັດ ແຂວງອຸດົມໄຊ 100 ລ້ານກີບ ມອບໃຫ້ແຂວງອຸດົມໄຊ ເພື່ອຊ່ວຍເຫຼືອຜູ້ປະສົບໄພ.

ໃນໂອກາດເຄື່ອນໄຫວຄັ້ງນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະໄດ້ລົງຕິດຕາມເບິ່ງພື້ນທີ່ ທີ່ໄດ້ຮັບຜົນປະທົບຢູ່ຈຸດໂຮງຮຽນສາມັນກິນນອນຊົນເຜົ່າ, ບ້ານບໍ, ບ້ານແຟນ ແລະ ຈຸດອື່ນໆຕື່ມອີກ. ຂ່າວ: ສຸວັນທອງ ປັນຍາຂັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments