Homeຂ່າວການເມືອງສປປ ລາວ ມີຄວາມພ້ອມກຽມອອກຈາກສະຖານະພາບດ້ອຍພັດທະນາ

ສປປ ລາວ ມີຄວາມພ້ອມກຽມອອກຈາກສະຖານະພາບດ້ອຍພັດທະນາ

ການກະກຽມໃຫ້ແກ່ການ ອອກຈາກສະຖານະພາບດ້ອຍພັດທະນາ ພາຍຫລັງທີ່ ສປປ ລາວ ສາມາດຜ່ານເກນການປະເມີນຂອງ ອົງການສະຫະປະຊາດ (ສປຊ) ໄດ້ 3 ຄັ້ງຕິດຕໍ່ກັນ, ຄັ້ງທີ 1 ໃນປີ 2018, ຄັ້ງທີ 2 ປີ 2021 ແລະ ຄັ້ງທີ 3 ປີ 2024 ສາມາດບັນລຸ 3 ເກນມາດຖານ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI); ດັດສະນີຊັບພະຍາກອນມະນຸດ (HAI); ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI). ໃນປີ 2021 ສະມັດຊາໃຫຍ່ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ສະເໜີໃຫ້ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ ໂດຍໄດ້ມີການຂະຫຍາຍເວລາກະກຽມ ໃຫ້ແກ່ການຫລຸດພົ້ນ(ໄລຍະຂ້າມຜ່ານ) ຈາກປີ 2026-2029.

ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນເຖິງໂອກາດ ແລະ ຜົນໄດ້ຮັບຈາກການອອກຈາກສະຖານະພາບດ້ອຍພັດທະນາ ໂດຍສະເພາະ ແມ່ນເພີ່ມໂອກາດໃນການເຂົ້າເຖິງແຫລ່ງທຶນ ແລະ ການລົງທຶນຈາກຕ່າງປະເທດ ຍ້ອນຕ່າງປະເທດຈະເບິ່ງເຫັນວ່າ ສປປ ລາວ ເປັນປະເທດທີ່ກຳລັງພັດທະນາ; ການຍົກລະດັບມາດຕະຖານ ໂດຍການຜັກດັນ ແລະ ສົ່ງເສີມໃຫ້ມີການປັບປຸງ ແລະ ຍົກລະດັບມາດຕະຖານການຜະລິດ, ມາດຕະຖານການດຳລົງຊີວິດ, ລະບົບນິຕິກຳ ແລະ ກົດໝາຍໃຫ້ສູງຂຶ້ນ; ຜັກດັນໃຫ້ປະເທດ ແລະ ບຸກຄະລາກອນ ເຂົ້າສູ່ຂະບວນການແຂ່ງຂັນ ເພື່ອພັດທະນາຕົນເອງ. ເຖິງຢ່າງໃດກໍຕາມ ຍັງມີສິ່ງທ້າທາຍຫລາຍຢ່າງ ຈະຕ້ອງຜະເຊີນ ເປັນຕົ້ນ ຈະຕ້ອງໄດ້ປັບປຸງບຸກຄະລາກອນ, ລະບຽບ ແລະ ກົດໝາຍໃຫ້ມີຄວາມພ້ອມ. ໃນຂະນະດຽວກັນ ທຶນຊ່ວຍເຫລືອຕ່າງໆຈາກຕ່າງປະເທດກໍຈະຫລຸດລົງ, ບັນດາໂຄງ ການຊ່ວຍເຫລືອ ແລະ ໂຄງການພັດທະນາຕ່າງໆ ທີ່ດຳເນີນຢູ່ໃນລາວ ຍັງຄົງຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງໃນໄລຍະຂ້າມຜ່ານ. ໃນໄລຍະ ຂ້າມຜ່ານ 3 ປີ (2026-2029) ລັດຖະບານ ໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS) ມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.

ການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກ ແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການພັດທະນາປະເທດຊາດ ຈາກປະເທດທີ່ມີລາຍຮັບຕໍ່າ ໄປເປັນປະເທດທີ່ມີລາຍຮັບປາກກາງ ກໍຄື ການຂ້າມຜ່ານຈາກປະເທດດ້ອຍພັດທະນາ ມາເປັນ ປະເທດກຳລັງພັດທະນາ ຕາມການແບ່ງປະເພດຂອງອົງການ ສປຊ ແລະ ທະນາຄານໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments