ຂໍ້ລິເລີ່ມການບໍລິຫານທົ່ວໂລກ (GGI) ທີ່ ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ສະເໜີຕໍ່ກອງປະຊຸມ “ອົງການຮ່ວມມືຊຽງໄຮ້+” ທີ່ຈັດຂຶ້ນຢູ່ກໍາແພງນະຄອນທຽນສິນຂອງຈີນ ຄົບຮອບ 1 ປີແລ້ວໃນປີນີ້ (01/09/2025-01/09/2026), ແລະ ກໍາລັງກ້າວເຂົ້າສູ່ໄລຍະທີ່ສໍາຄັນ. ຈາກເດີມທີ່ເປັນຂໍ້ສະເໜີທາງການທູດ ກຳລັງກາຍເປັນເວທີສໍາຄັນໜຶ່ງສຳລັບການປຶກຫາລືເຖິງອະນາຄົດຂອງລະບົບຫຼາຍຝ່າຍ ແລະ ການປະຕິຮູບກົນໄກການບໍລິຫານທົ່ວໂລກ. ຈຸດໝາຍສໍາຄັນຂອງ GGI ບໍ່ແມ່ນການສ້າງລະບຽບໂລກໃໝ່ຂຶ້ນມາແທນລະບົບເກົ່າ, ແຕ່ແມ່ນການຊຸກຍູ້ໃຫ້ລະບົບຫຼາຍຝ່າຍທີ່ມີຢູ່ມີຄວາມຍຸດຕິທຳ, ສະເໝີພາບ ແລະ ຕອບໂຈດກັບສະພາບການຂອງໂລກໃນປັດຈຸບັນໃຫ້ດີຂຶ້ນ.
GGI ເກີດຂຶ້ນໃນສະພາບການທີ່ໂລກກຳລັງປ່ຽນແປງຢ່າງວ່ອງໄວ. ລະບົບສາກົນທີ່ກໍ່ສ້າງຂຶ້ນຫຼັງປີ 1945 ຍັງຄົງມີອົງການ ແລະ ກົນໄກສໍາຄັນຫຼາຍຢ່າງ, ແຕ່ໂຄງສ້າງອຳນາດ, ເສດຖະກິດ ແລະ ພູມສາດການເມືອງໂລກມີການປ່ຽນໄປຫຼາຍ. ປະເທດກຳລັງພັດທະນາພວມມີບົດບາດທາງເສດຖະກິດສູງຂຶ້ນ, ແຕ່ອັດຕາສ່ວນສິດມີສຽງໃນບາງສະຖາບັນສາກົນຍັງບໍ່ສອດຄ່ອງກັບຄວາມເປັນຈິງ, ຂະນະທີ່ ບັນຫາໜີ້ສິນ, ການປ່ຽນແປງຂອງດິນຟ້າອາກາດ, ຊ່ອງວ່າງດ້ານດິຈິຕອນ, ການຄ້າ ແລະ ປັນຍາປະດິດ (AI) ກາຍເປັນບັນຫາຂ້າມຊາຍແດນທີ່ບໍ່ມີປະເທດໃດແກ້ໄຂໄດ້ພຽງລໍາພັງ.
5 ຫຼັກການຂອງ GGI ລວມມີ: ຄວາມສະເໝີພາບດ້ານອະທິປະໄຕ, ກົດໝາຍສາກົນ, ຫຼາຍຝ່າຍ, ຍຶດຖືປະຊາຊົນເປັນສູນກາງ ແລະ ການລົງມືປະຕິບັດຕົວຈິງ ໄດ້ສະທ້ອນໃຫ້ເຫັນວ່າ ການປັບ ປຸງການບໍລິຫານທົ່ວໂລກບໍ່ຄວນຢຸດຢູ່ທີ່ການວາງເປົ້າໝາຍ ແລະ ອອກຖະແຫຼງການ, ແຕ່ຕ້ອງປ່ຽນເປັນກົນໄກ, ກົດລະບຽບ ແລະ ຜົນງານທີ່ເປັນຮູບປະທໍາທີ່ປະຊາຊົນສາມາດສຳຜັດໄດ້.
1 ປີຜ່ານມາ, GGI ໄດ້ຮັບການສະໜັບສະໜູນຈາກເກືອບ 160 ປະເທດ ແລະ ອົງການສາກົນ, ຂະນະທີ່ ຫຼາຍກວ່າ 60 ປະເທດໄດ້ເຂົ້າຮ່ວມໜ່ວຍເພື່ອນມິດການບໍລິຫານທົ່ວໂລກ. ສິ່ງສຳຄັນຈຶ່ງບໍ່ແມ່ນຈຳນວນປະເທດພຽງຢ່າງດຽວ, ແຕ່ແມ່ນການທີ່ GGI ກຳລັງສ້າງຊ່ອງທາງໃໝ່ໃຫ້ປະເທດຕ່າງໆ ສາມາດຫາລືກັນກ່ຽວກັບວິທີປັບປຸງລະບົບການບໍລິຫານທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນຫຼາຍຂຶ້ນ. ກອງປະຊຸມທີ່ຈັດຂຶ້ນຢູ່ນະຄອນນິວຢອກຂອງອາເມຣິກາໃນວັນທີ 28 ພຶດສະພາ 2026, ລັດຖະ ມົນຕີຕ່າງປະເທດ ແລະເຈົ້າໜ້າທີ່ອາວຸໂສຈາກປາກິດສະຖານ, ກູບາ, ກາຊັກສະຖານ ແລະ ອື່ນໆ ໄດ້ປຶກສາຫາລືກ່ຽວກັບການປະຕິຮູບການບໍລິຫານທົ່ວໂລກ ແລະ ແກ້ໄຂບັນຫາທ້າທາຍຮ່ວມກັນ.
ສິ່ງທີ່ໜ້າສົນໃຈ ຄື ຝຣັ່ງໄດ້ສະແດງການສະໜັບສະໜູນຢ່າງຈະແຈ້ງຕໍ່ GGI ໂດຍມີຖະແຫຼງ ການຮ່ວມໃນເດືອນທັນວາ 2025 ທີ່ລະບຸວ່າ: GGI “ສະໜັບສະໜູນບົດບາດແກນກາງຂອງ ສປຊ ໃນວຽກງານສາກົນ”. ແອັດສະປາຍ ກໍສະແດງການສະໜັບສະໜູນຢ່າງຫ້າວຫັນຕໍ່ທັງ 4 ຂໍ້ລິເລີ່ມທົ່ວໂລກຂອງຈີນ, ສ່ວນການາດາ, ອຽກລັງ ແລະ ອັງກິດ ໄດ້ຢືນຢັນຄຳໝັ້ນສັນຍາຮ່ວມກັນຕໍ່ລັດທິຫຼາຍຝ່າຍ ແລະ ຄວາມເປັນແກນກາງຂອງສະຫະປະຊາຊາດ (ສປຊ).
ຄວາມໝາຍຂອງ GGI ຍິ່ງເຫັນໄດ້ຊັດເຈນຈາກບັນຫາການພັດທະນາຂອງໂລກ. ຜົນການປະເມີນເປົ້າໝາຍການພັດທະນາແບບຍືນຍົງ (SDGs ) ປີ 2025 ໃຫ້ຮູ້ວ່າ: ມີພຽງ 18% ຂອງເປົ້າໝາຍ SDGs ທີ່ກຳລັງເດີນໄປຕາມແຜນ, 48% ມີຄວາມຄືບໜ້າບໍ່ພຽງພໍ ແລະ ອີກ 18% ຖົດຖອຍ. ປະເທດກຳລັງພັດທະນາຍັງປະເຊີນໜ້າກັບຊ່ອງຫວ່າງດ້ານການເງິນເພື່ອ SDGs ຫຼາຍກວ່າ 4 ພັນຕື້ໂດລາຕໍ່ປີ. ຕົວເລກນີ້ຊີ້ໃຫ້ເຫັນວ່າ ໂລກມີຄວາມສາມາດກຳນົດເປົ້າໝາຍຮ່ວມກັນໄດ້ ແຕ່ຍັງຂາດກົນໄກດ້ານການເງິນ, ເຕັກໂນໂລຊີ ແລະ ລະບຽບການທີ່ຈະນຳເປົ້າໝາຍເຫຼົ່ານັ້ນໄປສູ່ຜົນສຳເລັດ.
ອີກບັນຫາໜຶ່ງທີ່ GGI ຕ້ອງຮັບມືໃນອະນາຄົດ ແມ່ນການຄຸ້ມຄອງ AI. ໃນຍຸກທີ່ AI ກໍາລັງປ່ຽນແປງເສດຖະກິດ, ການສຶກສາ, ສາທາລະນະສຸກ, ອຸດສາຫະກຳ ແລະ ອື່ນໆ, ການກຳນົດກົດລະບຽບ AI ຈະກາຍເປັນອີກສະໜາມໜຶ່ງຂອງການບໍລິຫານທົ່ວໂລກ. ຖ້າປະເທດກຳລັງພັດທະນາບໍ່ມີສ່ວນຮ່ວມໃນການກໍານົດກົດລະບຽບ, ຊ່ອງຫວ່າງດ້ານດິຈິຕອນອາດພັດທະນາໄປເປັນ “ຊ່ອງຫວ່າງດ້ານ AI”. ສະນັ້ນ ການໃຫ້ປະເທດກໍາລັງພັດທະນາເຂົ້າຮ່ວມກຳນົດກົດລະບຽບ AI ບໍ່ພຽງແຕ່ເປັນບັນຫາເຕັກໂນໂລຊີ ເທົ່ານັ້ນ, ແຕ່ເປັນບັນຫາຄວາມເທົ່າທຽມກັນດ້ານການພັດທະນາ ອີກດ້ວຍ.
ຈີນໄດ້ເລີ່ມຕົ້ນເຊື່ອມໂຍງບັນຫານີ້ກັບການສ້າງສະຖາບັນແລ້ວ. ຜູ້ແທນຈາກ 102 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມກອງປະຊຸມ AI ໂລກ ທີ່ນະຄອນຊຽງໄຮ້ຂອງຈີນໃນເດືອນກໍລະກົດ 2026, ໃນນັ້ນ 29 ປະເທດ (ລວມທັງ ສປປ ລາວ) ໄດ້ຮ່ວມກັນລົງນາມສ້າງຕັ້ງອົງການຮ່ວມມື AI ໂລກ ທີ່ເນັ້ນໜັກໃສ່ກົດບັດ ສປຊ, ການປຶກສາຫາລືຢ່າງກວ້າງຂວາງ, ການມີສ່ວນຮ່ວມ ແລະ ຜົນປະໂຫຍດຮ່ວມກັນ.
GGI ຍິ່ງມີຄວາມສຳຄັນເມື່ອເບິ່ງຄວບຄູ່ກັບ 3 ຂໍ້ລິເລີ່ມທົ່ວໂລກຂອງຈີນ ຄື: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອາລິຍະທໍາທົ່ວໂລກ, ເພາະທັງ 4 ຂໍ້ລິເລີ່ມທົ່ວໂລກຂອງຈີນມີຄວາມເຊື່ອມໂຍງກັນ, ການພັດທະນາໂດຍປາສະຈາກຄວາມໝັ້ນຄົງແມ່ນບອບບາງ, ຄວາມໝັ້ນຄົງທີ່ປາສະຈາກການພັດທະນາແມ່ນບໍ່ຍືນຍົງ, ເຕັກໂນໂລຊີທີ່ປາສະຈາກການຄຸ້ມຄອງແບບມີສ່ວນຮ່ວມອາດເຮັດໃຫ້ຄວາມບໍ່ສະເໝີພາບຮ້າຍແຮງ ແລະ ການຄຸ້ມຄອງທີ່ປາສະຈາກການສົນທະນາອາດກໍ່ໃຫ້ເກີດກົດເກນທີ່ປາສະຈາກຄວາມຖືກຕ້ອງຕາມກົດໝາຍ.
1 ປີທໍາອິດຂອງ GGI ໄດ້ສ້າງຫຼັກການ, ໄດ້ຮັບການສະໜັບສະໜູນຈາກສາກົນ ແລະ ການເລີ່ມຕົ້ນຂອງເຄືອຂ່າວສະຖາບັນ. ໃນນີ້ ເວົ້າສະເພາະ ສປປ ລາວ, GGI ມີຄວາມໝາຍໃນຫຼາຍດ້ານ, ລາວເປັນປະເທດກຳລັງພັດທະນາທີ່ຕ້ອງອາໄສສະພາບແວດລ້ອມສາກົນທີ່ມີສະຖຽນລະພາບ, ກົດລະບຽບທີ່ຄາດຄະເນໄດ້ ແລະ ການເປີດໂອກາດໃຫ້ປະເທດນ້ອຍມີສຽງຫຼາຍຂຶ້ນ, ການເນັ້ນຫຼັກການຫຼາຍຝ່າຍ ແລະ ຄວາມສະເໝີພາບດ້ານອະທິປະໄຕ ສາມາດເປັນພື້ນຖານໃຫ້ລາວສະແດງບົດບາດ ແລະ ປົກປ້ອງຜົນປະໂຫຍດຂອງຕົນຜ່ານກົນໄກສາກົນ ແລະ ຫຼາຍຝ່າຍ.
GGI ຍັງສາມາດຊ່ວຍສ້າງບັນຍາກາດສາກົນທີ່ເອື້ອຕໍ່ການຄ້າ, ການລົງທຶນ ແລະ ການເຊື່ອມໂຍງ. ໃນເວລາທີ່ການຄ້າໂລກຍັງເຊື່ອມໂຍງກັນສູງແຕ່ກຳລັງປະເຊີນໜ້າກັບການກີດກັ້ນ, ພາສີ ແລະ ຂໍ້ຈຳກັດຕ່າງໆ, ລາວຈຳເປັນຕ້ອງເພິ່ງພາລະບົບການຄ້າທີ່ມີລະບຽບການຊັດເຈນ ແລະ ບໍ່ຈຳກັດສິດຂອງປະເທດນ້ອຍ ໂດຍສະເພາະການເຊື່ອມໂຍງດ້ານດິຈິຕອນ ແລະ AI ເຊິ່ງເປັນອີກພື້ນໜຶ່ງທີ່ລາວ ໃຫ້ຄວາມສົນໃຈ. ການກຳນົດມາດຕະຖານດ້ານ AI, ຂໍ້ມູນ, ຄວາມປອດໄພດິຈິຕອນ ແລະ ໂຄງສ້າງດິຈິຕອນໃນລະດັບໂລກຈະສົ່ງຜົນໂດຍກົງຕໍ່ລາວ, ຖ້າຫາກລາວສາມາດເຂົ້າຮ່ວມການຫາລື ແລະ ຮ່ວມກຳນົດກົດລະບຽບສາກົນໄດ້ຫຼາຍຂຶ້ນກໍຈະຊ່ວຍໃຫ້ລາວບໍ່ຕົກຢູ່ໃນຖານະເປັນພຽງຜູ້ຮັບກົດກະຕິກາຈາກປະເທດທີ່ພັດທະນາແລ້ວ.
ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວ CMG ຢູ່ແຂວງເຈີ່ຈຽງຂອງຈີນ ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ກ່າວວ່າ: ບັນດາຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ລ້ວນແຕ່ເນັ້ນໃສ່ການພົວພັນລະຫວ່າງປະເທດດ້ວຍກັນ ບໍ່ວ່າຈະເປັນປະເທດໃຫຍ່ ຫຼື ນ້ອຍ ໃຫ້ມີຄວາມສະເໝີພາບ, ນັບຖືເຊິ່ງກັນ ແລະ ກັນ, ບໍ່ເອົາລັດເອົາປຽບກັນ, ແຕ່ສ້າງແນວທາງໄປສູ່ຄວາມເປັນໂລກາພິວັດຮ່ວມກັນ, ຕ້ານລັດທິຝ່າຍດຽວ, ສົ່ງເສີມລັດທິຫຼາຍຝ່າຍປຶກສາຫາລືກັນໃຫ້ມີໂລກຫຼາຍຂົ້ວ ເຊິ່ງ ສປປ ລາວ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ. ນີ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງລາວທີ່ມີຕໍ່ບັນດາຂໍ້ລິເລີ່ມຂອງຈີນທີ່ເປັນກົນໄກສົ່ງເສີມການພັດທະນາໂລກ ກໍຄື ຄວາມສະເໝີພາບ, ການເຄົາລົບເຊິ່ງກັນ ແລະ ກັນ, ຫຼາຍຝ່າຍ ແລະ ອື່ນໆ.
ພຽງ 1 ປີ, GGI ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກສາກົນ ເຊິ່ງສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນທີ່ມີຕໍ່ GGI ໃນການບໍລິຫານທົ່ວໂລກໃຫ້ດີຂຶ້ນກວ່າເກົ່າ. ຢ່າງໃດກໍຕາມ, ການຄົບຮອບປີທໍາອິດຄວນໝາຍເຖິງການສິ້ນສຸດຂອງໄລຍະເລີ່ມຕົ້ນຂອງ GGI, ຫາກບໍ່ແມ່ນຈຸດສິ້ນສຸດພາລະກິດຂອງມັນ. GGI ໄດ້ກ້າວຂ້າມຈຸດສໍາຄັນຂອງການເລີ່ມຕົ້ນຈາກການເປັນຂໍ້ສະເໜີຂອງຈີນສໍາລັບລະບົບການບໍລິຫານທົ່ວໂລກທີ່ຍຸດຕິທໍາ ແລະ ເທົ່າທຽມຫຼາຍຂຶ້ນ. ປັດຈຸບັນ ຂໍ້ລິເລີ່ມດັ່ງກ່າວໄດ້ເຊື່ອມໂຍງເຂົ້າກັບການທູດຫຼາຍຝ່າຍ, ຕິດພັນກັບແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ, ການຄຸ້ມຄອງ AI, ການຄຸ້ມຄອງເສດຖະກິດ ແລະ ການປະຕິຮຸບຂອງ ສປຊ ທີ່ກວ້າງຂວາງກວ່າເກົ່າ.
ພາລະກິດທີ່ຍາກກວ່າ ກໍຄື ພາລະກິດຕໍ່ໄປຂອງ GGI ກໍາລັງເລີ່ມຕົ້ນ, ນັ້ນຄືການປ່ຽນຈາກການອອກແບບໄປສູ່ການປະຕິບັດຕົວຈິງໃຫ້ໄດ້ຮັບປະສິດທິຜົນສູງສຸດ, ແລະ GGI ໃນໄລຍະຕໍ່ໄປ ຈະບໍ່ຖືກວັດແທກຈາກຈຳນວນຖະແຫຼງການ ຫຼື ການວາງເປົ້າໝາຍຕ່າງໆ. ແຕ່ຈະຖືກວັດແທກຈາກ ຈຳນວນຜົນງານທີ່ສາມາດສ້າງປະໂຫຍດໃຫ້ປະຊາຊົນທົ່ວໂລກ. ນັ້ນແມ່ນສັນຍາທີ່ແທ້ຈິງຂອງ GGI: ຈະບໍ່ທົດແທນລະບົບການບໍລິຫານທົ່ວໂລກ, ແຕ່ເພື່ອເຮັດໃຫ້ມັນເຮັດວຽກດີຂຶ້ນສໍາລັບໂລກທີ່ມີການປ່ຽນແປງຢ່າງເລິກເຊິ່ງນັບຕັ້ງແຕ່ປີ 1945. ສໍາລັບລາວ ກໍຄື ປະເທດກໍາລັງພັດທະນາອື່ນໆ, ຈຸດສຳຄັນຄືການໃຊ້ໂອກາດຈາກລະບົບຫຼາຍຝ່າຍໃຫ້ຫຼາຍຂຶ້ນ, ເຂົ້າຮ່ວມການກຳນົດກົດລະບຽບໃໝ່ໆ ແລະ ຊຸກຍູ້ຜົນປະໂຫຍດຂອງຕົນຜ່ານກົນໄກສາກົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຕົນ.
ໂດຍ: BT, ວສລ

