ວັນທີ 1 ກັນຍາ 2026 ນີ້ ທີ່ KOKKOK Mega ປະຕູໄຊ, ກຸ່ມບໍລິສັດ Lao Telecom (Lao Telecom, TPlus, MmoneyX) ເຊັນສັນຍາການຮ່ວມມື ກັບ Bundesliga ລີກບານເຕະ ປະເທດເຢຍລະມັນ (ພ້ອມຍົກລະດັບຄວາມບັນເທີງລະດັບໂລກ ແລະ ແນະນຳໂຕ “LTC Play” ຮູບແບບໃໝ່) ໃຫ້ກຽດເປັນປະທານໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Mr. Werner Grohé ເລຂານຸການເອກ (First Secretary) ປະຈຳສະຖານທູດເຢຍລະມັນ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ ມະໂນ ນຸວັນນະສັກ ຫົວໜ້າຝ່າຍກົນລະຍຸດ ຂອງໂຄງການ Bundesliga ປະຈຳ Asia Pacific, ພ້ອມດ້ວຍ ຫົວໜ້າກົມກິລາ ລະດັບສູງ, ຫົວໜ້າກົມສື່ມວນຊົນ ແລະ ຄະນະຜູ້ບໍລິຫານ-ພະນັກງານ ບໍລິສັດໃນເຄືອ, ຄູ່ຮ່ວມທຸລະກິດ, ບັນດາສື່ມວນຊົນ ແລະ ບັນດາກອງເຊຍບານເຕະ ກໍໄດ້ໃຫ້ກຽດເຂົ້າຮ່ວມ.

ກຸ່ມບໍລິສັດ ລາວ ໂທລະຄົມ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນຳເອົາລິຂະສິດການຖ່າຍທອດສົດບານເຕະ Bundesligaເຕັມຮູບແບບ ພ້ອມກັບການເປີດໂຕ ຂອງ LTC Play ໃນຮູບເເບບໃໝ່ຢ່າງເປັນທາງການ ຢັ້ງຢືນເຖິງວິໄສທັດໃນການນຳເອົາກິລາບານເຕະລະດັບສາກົນ ແລະ ປະສົບການຄວາມບັນເທິງຮູບແບບໃໝ່ມາສູ່ຜູ້ຊົມຊາວລາວ, ການຮ່ວມມືກັບ Bundesliga ເປັນອີກໜຶ່ງບາດກ້າວສຳຄັນຂອງ ກຸ່ມບໍລິສັດ Lao Telecom ໃນການຂະຫຍາຍສູ່ຕະຫຼາດ Digital Content ແລະ Entertainment ໂດຍການເນັ້ນຫນັກການນຳເອົາກິລາບານເຕະລະດັບສາກົນມາໃຫ້ແຟນບານຊາວລາວໄດ້ສຳຜັດຢ່າງໃກ້ຊິດ ຜ່ານເຕັກໂນໂລຊີ ແລະ ແພລດຟອມດິຈິຕອນ.
ພ້ອມກັນນີ້, ພາຍໃນງານຍັງໄດ້ມີການເປີດໂຕ LTC Play ຮູບໂສມໃໝ່ ແພລັດຟອມຄວາມບັນເທີງດີຈີຕອນທີ່ຖືກຍົກລະດັບໃຫ້ຕອບໂຈດກັບພຶດຕິກຳການຮັບຊົມກິລາບານເຕະຂອງຄົນລາວໃນຍຸກ Digital Lifestyle ໄດ້ຫຼາຍຍິ່ງຂຶ້ນ. ການຮ່ວມມືຄັ້ງນີ້ ຈຶ່ງບໍ່ໄດ້ຈຳກັດພຽງແຕ່ການນຳເອົາປະສົບການດ້ານກິລາມາສູ່ຜູ້ເບິ່ງບານເຕະ ແຕ່ຍັງສະທ້ອນເຖິງວິໄສທັດຂອງ ກຸ່ມບໍລິສັດ Lao Telecom ໃນການພັດທະນາ Digital Ecosystem ໃຫ້ຄົບວົງຈອນ ພ້ອມສ້າງປະສົບການໃໝ່ໆໃຫ້ຜູ້ໃຊ້ງານ ດ້ວຍການນຳເອົາຊື່ສຽງຈາກໜຶ່ງໃນຫຼີກບານເຕະຊັ້ນນຳຂອງເອີຣົບ ມາປະສານກັບ ແພລັດຟອມດີຈີຕອນຂອງ Lao Telecom, ຄວາມຮ່ວມມືນີ້ຈະເປັນອີກໜຶ່ງກ້າວສຳຄັນໃນການຍົກລະດັບ Digital Entertainment ໃນປະເທດລາວ.
(ຂ່າວ: ລາວໂທລະຄົມ)