Homeຂ່າວກິລານັກກິລາລອຍນໍ້າ ນວ ສ້າງຜົນງານໂດດເດັ່ນ ຍາດໄດ້ 10ຫຼຽນຄຳຊີງແຊັມນາໆຊາດ

ນັກກິລາລອຍນໍ້າ ນວ ສ້າງຜົນງານໂດດເດັ່ນ ຍາດໄດ້ 10ຫຼຽນຄຳຊີງແຊັມນາໆຊາດ

ນັກກິລາລອຍນໍ້າ ຍິງ-ຊາຍ ຂອງສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ(ນວ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ 10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນວັນທີ 29-30 ສິງຫາ 2026 ຢູ່ນະຄອນຫຼວງບາງກອກ ປະເທດໄທ.

ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາຜ່ານມາ ໄດ້ສົ່ງນັກກິລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊັມນາໆ ຊາດ ລາຍການ AOSI Swimming Championship Bangkok ຊຶ່ງເປັນອີກໜຶ່ງເວທີສຳຄັນລະດັບນາໆຊາດ ທີ່ມີນັກກິລາລອຍນ້ຳເຂົ້າຮ່ວມກວ່າ 820 ຄົນ ຈາກ 16 ປະເທດ ໃນນີ້ສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ໄດ້ນຳພານັກກີລາໂຕແທນຈາກ ສປປ ລາວ ຈຳນວນ 62 ຄົນ ເຂົ້າຮ່ວມການແຂ່ງຂັນ ຈາກ 3 ສະໂມ ສອນ ຄື ASW RSC ແລະ V2A ນຳໂດຍທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນລອຍນ້ຳນະຄອນຫຼວງວຽງຈັນພ້ອມດ້ວຍຄະນະບໍລິຫານງານສະຫະພັນ ເຂົ້າຮ່ວມແຂ່ງຂັນດ້ວຍຄວາມທຸ່ມເທ ຄວາມພາກພຽນ ແລະ ການເຝິກຊ້ອມຢ່າງໜັກ ສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ສາມາດຍາດໄດ້ 10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງການແຂ່ງຂັນ.

ແຫຼ່ງຂ່າວ:ວຽງຈັນໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments