ທ້າວ ບຸນທະວີ ໄຊຍະລາດ ຫຼື ເອເດັ້ນ ນັກກິລາເຍົາວະຊົນມືອັນດັບຕົ້ນຂອງປະເທດລາວ ໃນຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ ລາຍການ Jorakay Junior Badminton Championship 2026 ຊຶ່ງເປັນການລາຍການໃຫຍ່ທີ່ສຸດ ຂອງປະເທດໄທ ຈັດຂຶ້ນ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ລະຫວ່າງວັນທີ 28 ສິງຫາ-1 ກັນຍາ 2026 ລາຍການນີ້ ມີນັກກິລາດອກປີກໄກ່ ຈາກສະໂມສອນຕ່າງໆ ໃນຂອບເຂດທົ່ວປະເທດໄທເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນການເຂົ້າຮ່ວມລາຍການນີ້ ເອເດັ້ນ ລູກສອດ ແມ່ເປັນຄົນລາວ-ພໍ່ຊາວມາເລເຊຍ ປີນີ້ ອາຍຸ 13 ປີ ມີລວງສູງ 1.70 ຊັງຕີແມັດ ດ້ວຍປະສົບໃນການຝຶກຝົນຫຼໍ່ຫຼອມມາແຕ່ນ້ອຍ ໂດຍແມ່ນໂຄດ ໂນ້ນາມບຸນ ຫຼວງອາມາດ ເປັນຄູຝຶກສອນ ສາມາດສ້າງຜົນງານ ຄວ້າແຊັມ ໃນລາຍການດັ່ງກ່າວ ປະເພດດ່ຽວຊາຍ ຮຸ່ນອາຍຸ 13 ປີ ຫຼື ຢູ13 ແລະ ຄວ້າຫຼຽນເງິນ ປະເພດຄູ່ຊາຍ.