ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານພັດທະນາເສດຖະກິດປະຈຳລັດລຸຍເຊຍນາ ຂອງ ສ.ອາເມລິກາ ເປີດເຜີຍວ່າສະເປຊເອັກ (SpaceX), ເປັນບໍລິສັດເອກະຊົນ ດ້ານອາວະກາດສັນຊາດ ສ.ອາເມລິກາ ປະກາດແຜນການລົງທຶນຢ່າງໜ້ອຍ 1 ແສນລ້ານໂດລາສະຫະລັດ, ເພື່ອສ້າງຖານປ່ອຍຈະລວດໃນລັດລຸຍເຊຍນາ ເຊິ່ງຈະເປັນຖານປ່ອຍຈະລວດແຫ່ງທີສີ່ ແລະ ເປັນຖານຂະໜາດໃຫຍ່ທີ່ສຸດ ຂອງ ສະເປຊເອັກ.
ຖານປ່ອຍຈະລວດແຫ່ງໃໝ່ນີ້ ມີຊື່ວ່າ “ສະຕາເບສ ລຸຍເຊຍນາ” (Starbase, Louisiana) ຈະຕັ້ງຢູ່ໃນເຂດເວີມິລຽນ ທາງຕອນໃຕ້ ຂອງລັດລຸຍເຊຍນາ ເພື່ອໃຫ້ມີສັກຍະພາບຮອງຮັບການປ່ອຍ ຈະລວດສະຕາຊິບ (Starship) ຫລາຍພັນຖ້ຽວຕໍ່ປີ ຫາກການກໍ່ສ້າງສຳເລັດສົມບູນຖານປ່ອຍ ຈະລວດໃໝ່ນີ້ຈະມີພື້ນທີ່ປ່ອຍ 5 ແຫ່ງ, ແຕ່ລະແຫ່ງໃຫ້ມີແທ່ນປ່ອຍ 2 ແທ່ນ ລວມທັງພື້ນທີ່ຈັດເກັບເຊື້ອໄຟ, ສູນຜະລິດເຊື້ອໄຟ ແລະ ທີ່ພັກອາໄສ ສຳລັບພະນັກງານ ແລະ ຄອບຄົວ.
ສະເປຊເອັກ ຄາດວ່າຈະເລີ່ມກໍ່ສ້າງຖານປ່ອຍ ໃນປີ 2027 ແລະ ຕັ້ງເປົ້າປ່ອຍຍານຄັ້ງທຳອິດໃຫ້ໄວທີ່ສຸດໃນປີ 2029 ໂດຍລະບຸວ່າໂຄງການນີ້ຈະສ້າງວຽກເຮັດງານທຳໃໝ່ ຫລາຍກວ່າ 3.000 ຕຳແໜ່ງ, ຂະນະທີ່ສຳນັກງານພັດທະນາເສດຖະກິດ ເຜີຍວ່າໂຄງການດັ່ງກ່າວຈະຊ່ວຍຍົກລະດັບລັດລຸຍເຊຍນາ ໃຫ້ເປັນສູນກາງລະດັບໂລກ ດ້ານອຸດສາຫະກຳການບິນ ແລະ ອະວະກາດຍຸກໃໝ່.

