Homeຂ່າວພາຍໃນມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ມອບ – ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີມອບ-ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ໂດຍການຊ່ວຍເຫຼືອຂອງລັດຖະບານອິນເດຍ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາຜ່ານນີ້ ທີ່ ວິທະຍາໄລສິລະປະແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ Shri Pabita Margherita ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຫັດຖະກຳ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ໂຢເກສວາ ຊັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ບັນດາແຂກທັງຝ່າຍລາວ ແລະ ອິນເດຍເຂົ້າຮ່ວມ.

ທ່ານ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ກ່າວວ່າ: ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ເປັນການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຊຶ່ງໄດ້ຮັບການສະໜັບສະໜູນທຶນຮອນເພື່ອມາຈັດຕັ້ງປະຕິບັດບັນດາກິດຈະກຳໂດຍສະເພາະການຜະລິດຊຸດໃໝ່ແຕ່ລະຕົວລະຄອນ ທີ່ຢູ່ໃນເລື່ອງລາມມະກຽມ ທີ່ເປັນຕົວລະຄອນເອກ, ຕົວລະຄອນສົມທົບຕ່າງໆ ແລະ ສໍາລັບການຜະລິດຫົວຕົວລະຄອນເອກ ແລະ ຕົວລະຄອນປະກອບ ເຊັ່ນ: ຫົວພະລັກ-ພະລາມ, ຫົວນາງສີດາ, ນາງ ສຸປະນະຂາ, ຍັກທົດສະກັນ, ຫະນຸມານ, ນົກສະດາຍຸ, ກວາງຄຳ, ນົກນ້ອຍ, ພະລືສີ ແລະ ມ້າລິດ ເປັນການຜະລິດທີ່ຕ້ອງໃຊ້ຄວາມປານີດສູງ ໂດຍສະເພາະໃຫ້ຖືກກັບລັກສະນະເອກະລັກທີ່ເໝືອນຈິງ ຂອງຕົວລະຄອນ ເວົ້າລວມ, ເວົ້າສະເພາະ ແມ່ນຕິດພັນກັບ ສີໄມ້ລາຍມື ທີ່ເປັນຂອງລາວແທ້. ດັ່ງນັ້ນ, ການຜະລິດຫົວຕົວລະຄອນນີ້ ຈຶ່ງໄດ້ດຳເນີນການຜະລິດໂດຍຊ່າງທີ່ຊໍານານທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ. ສະເພາະດ້ານການຕັດຊຸດ ແຕ່ລະຕົວລະຄອນ ແມ່ນໄດ້ນຳໃຊ້ຮ້ານທີ່ເຄີຍມີຜົນງານໃນການອອກແບບ ແລະ ຕັດຊຸດລະຄອນດັ່ງກ່າວ ແລະ ເຄື່ອງດົນຕີນັກເສບແມ່ນໄດ້ຜະລິດຊຸດໃໝ່ທີ່ໄດ້ທັງຄຸນນະພາບ ແລະ ກົມກືນກັບບົດລະຄອນດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ຈັດຊື້ອຸປະກອນໄອທີ ຈຳນວນໜຶ່ງ ເຊັ່ນ: ກ້ອງ ແລະ ຄອມພິວເຕີ ໂນດບຸກ ຕາມຄວາມເໝາະສົມໃນວຽການຕົວຈິງ.

ທ່ານ ວິລະພັນ ຊາພູວົງ ໄດ້ກ່າວຕື່ມວ່າ: ໂຄງການນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ແກ່ຄູ-ອາຈານ ແລະ ນັກຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນການປົກປັກຮັກສາມໍຣະດົກວັດທະນະທຳທີ່ມີຮາກເຫງົ້າຮ່ວມກັນມາແຕ່ບູຮານນະການ, ສ້າງລະບົບການຄຸ້ມຄອງ ແລະ ສືບທອດສິລະປະອັນລ້ຳຄ່ານີ້ ໃຫ້ຍືນຍົງສູ່ລະດັບສາກົນ. ທັງເປັນການປະກອບສ່ວນສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ປະກອບສ່ວນສຳຄັນໃນການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືທາງດ້ານວັດທະນະທຳລະຫວ່າງສອງຊາດໃຫ້ນັບມື້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments