Homeຂ່າວຕ່າງປະເທດລາຍ​ການ​ “ດວງ​ດາວ​ເອ​ກະ​ລາດ” ປີ 2026 ເຊື່ອມ​ຕໍ່​ຄຸນ​ຄ່າ​ຂອງ​​ເອ​ກະ​ລາດ ດ້ວຍ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ຊົນ​ຊາດ

ລາຍ​ການ​ “ດວງ​ດາວ​ເອ​ກະ​ລາດ” ປີ 2026 ເຊື່ອມ​ຕໍ່​ຄຸນ​ຄ່າ​ຂອງ​​ເອ​ກະ​ລາດ ດ້ວຍ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ຊົນ​ຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນການ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປະ​ສົບ​ຜົນ​ສຳ​ເລັດ​ ແລະ ວັນ​ຊາດ​ທີ 2 ກັນ​ຍາ, ໃນຕອນ​ຄ່ຳ​ວັນ​ທີ 30 ສິງ​ຫາ ຜ່ານມາ ຢູ່​ໂຮງ​ລະ​ຄອນ​ໂຮ່​ເກືອມ ນະຄອນຫຼວງຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດ​ໄດ້​ປະ​ສານ​ສົມ​ທົບ​ກັບ​ວາ​ລະ​ສານກອມ​ມູ​ນິດ ຈັດ​​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ “ດວງ​ກາວ​ເອ​ກະ​ລາດ” ປີ 2026. ມີທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ທ່ານ ​ເລືອງ​ຕາມກວາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ. ໂດຍ​ໄດ້​ຈັດ​ຂຶ້ນ​ທຸກປີເລີ່ມ​ແຕ່​ປີ 2016, ດວງ​ດາວ​ເອ​ກະ​ລາດ​ກາຍ​ເປັນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ຂີດ​ໝາຍ, ໂດຍ​ນັກ​ປະ​ຕິ​ວັດຜູ້​ອາ​ວຸ​ໂສ​, ນັກ​ຮຽນ​ຮູ້, ປັນ​ຍາ​ຊົນ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ນັກ​ຮົບ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ​ລໍ​ຄອຍຕ້ອນ​ຮັບເມື່ອ​ເດືອນ​ສິງ​ຫາ​ວຽນ​ມາ.

ດ້ວຍ​ຫົວ​ຂໍ້ “ແສງດວງ​ດາວ​ເອ​ກະ​ລາດ ຄວາມ​ມຸ່​ງ​ຫວັງ​ຫວຽດ​ນາມ ເຂັ້ມ​ແຂງ”, ລາຍ​ການ​ລວມ​ມີ 3 ພ​າກ, ແມ່ນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຄູນ​ຄ່າ​ສັກ​ກະ​ລະ​ບູ​ຊາ, ອະ​ມະ​ຕະ​ຂອງ​ເອ​ກະ​ລາດ, ເສ​ລີ​ພາບ​ດ້ວຍ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ, ສີ​ວີ​ໄລ, ມີ​ຄວາມ​ຜາ​ສຸກ​ຂອງ​ຊາດ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່; ວາດ​ພາບຄືນ​ວິ​ວັດ​ການ 81 ປີນັບ​ແຕ່​ເວ​ລາ​ລະ​ດູ​ໃບ​ໄມ້ຫຼົ່ນ​ເອ​ກະ​ລາດ, ​ເຊີດ​ຊູ​ບັນ​ດາ​ການ​ເສຍ​ສະຫຼະ​ຊີ​ວິດ, ການ​ອຸ​ທິດ​​ອັນ​ຍິ່ງ​ໃຫຍ່​ຂອງ​ຄົນ​ຮຸ່ນ​ພໍ່ຮຸ່ນ​ອ້າຍ​ທັງ​ແມ່ນ​ສັນ​ຍາ​ລັກ​ຂອງ​ອຸ​ດົມ​ການ​ປະ​ຕິ​ວັດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເປັນ​ທຳ, ທັງ​ເປັນ​ແສງ​ເຍືອງ​ທາງ​ທີ່​ໄດ້ຫຼໍ່ຫຼອມ​ຈາກ​ປະ​ຫວັດ​ສາດ, ໄດ້​ມອບ​ສິດ​ຜ່ານຫຼາຍ​ຮຸ່ນ​ຄົນ ແລະ ພວມ​ໄດ້​ເຕົ້າ​ໂຮມ​ກາຍ​ເປັນ​ເຈດ​ຈຳ​ນົງ, ຄຸນ​ນະ​ ທາດ, ປັນ​ຍາ​ຫວຽດ​ນາມ​ໃນ​ວິ​ວັດ​ແຫ່ງ​ການ​ສ້າງ​ສັນ​ອະ​ນາ​ຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments