Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມ ຊ່ວຍເຫຼືອປະຊາຊົນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມ ຊ່ວຍເຫຼືອປະຊາຊົນ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ປະທານຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ສົມທົບກັບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ກຳລັງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມກັບປະຊາຊົນ ເຂດເທສະບານແຂວງ, ເມືອງໄຊ ແລະ ເຂດເມືອງນາໝໍ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ.

ການເຄື່ອນໄຫວໃນຄັ້ງນີ້, ໄດ້ຂຶ້ນຍົນບິນສຳຫຼວດເບິ່ງຄວາມເສຍຫາຍແຕ່ລະຈຸດພາຍໃນເຂດເມືອງໄຊ ແລະ ເມືອງນາໝໍ້ ເຫັນວ່າແຕ່ລະຈຸດ ແມ່ນໄດ້ຮັບຜົນກະທົບຫຼາຍບ່ອນ ເປັນຕົ້ນລະບົບເສັ້ນທາງຄົມມະນາຄົມ ຖືກຕັດຂາດຫຼາຍເສັ້ນລະຫວ່າງບ້ານຕໍ່ບ້ານ,ເມືອງຕໍ່ເມືອງ, ໂຮງໝໍ, ໂຮງຮຽນ, ລະບົບໄຟຟ້າ, ນ້ຳປະປາ, ອິນເຕີເນັດ ຊຶ່ງເຮັດໃຫ້ປະຊາຊົນມີຄວາມເດືອດຮອດ, ໄດ້ຮັບຜົນເສຍຫາຍ ພື່ນທີ່ ແລະ ຜົນລະປູກກະສິກຳຫຼາຍບ່ອນໄດ້ຮັບຜົນເສຍຫາຍ ຈາກດິນເຈື່ອນ ນ້ຳໄຫຼຊຸພັດເອົາດິນ, ຂີ້ຕົມ ເຂົ້າມາໃນເຮືອນ ເຮັດໃຫ້ອຸປະກອນນຳໃຊ້ພາຍໃນເຮືອນ ໄດ້ຮັບຄວາມເສຍຫາຍ. ພ້ອມກັນນີ້, ໄດ້ຕິດຕາມພື້ນທີ່ຕົວຈິງເຫັນວ່າ ມີຄວາມເສຍຫາຍ ເຊັ່ນ: ໂຮງຮຽນ ມັດທະຍົມສົມບູນເມືອງນາໝໍ້, ໂຮງໝໍເມືອງນາໝໍ້ ແລະ ເຂດຕະຫຼາດເມືອງນາໝໍ້, ສ້າງນ້ຳມັນ ເລກ 3 ກອງທັບ ໄດ້ຮັບຜົນກະທົບຈາກນ້ຳຊຸດິນເຈືອນລົງມາ ໄດ້ຮັບຜົນເສຍຫາຍ ຢ່າງໜັກໜ່ວງ, ຫ້ອງຮຽນເປືອນ ມີຂີ້ຕົມບໍ່ສາມາດເປີດການຮຽນ-ການສອນໄດ້ ພ້ອມນັ້ນ, ປຶ້ມຕຳລາຮຽນໄດ້ຮັບຄວາມເສຍຫາຍ ບໍ່ສາມາດນຳໃຊ້ໄດ້ ແຕ່ພະນັກງານ ຄູ-ອາຈານ, ພະນັກງານ-ນັກຮົບ ກອງບັນຊາການທະຫານເມືອງ, ພະນັກງານແພດໝໍ ແລະ ປະຊາຊົນພາຍໃນເມືອງ ໄດ້ສົບທົບກັນອະນາໄມ ສ້ອມແປງ ເຂດທີ່ໄດ້ຮັບຜົນກະທົບໃຫ້ສຳເລັດ ພ້ອມທັງໃຫ້ທັນຕໍ່ການເຂົ້າຮຽນໃໝ່ ແລະ ໂຮງໝໍໃຫ້ກັບມາບໍລິການປະຊາຊົນ.

ໂອກາດນີ້, ທ່ານ ພົນຕີ ກົງທອງ ສຸຂະວົງ ຍັງໄດ້ມອບເງິນ ໃຫ້ໂຮງຮຽນ, ໂຮງໝໍເມືອງ, ກອງບັນຊາການທະຫານເມືອງ, ອຳນາດການປົກຄອງເມືອງ ແລະ ກອງບັນຊາການການທະຫານແຂວງຈຳນວນ 250,000,000 ກີບ ເພື່ອສ້າງຂວັນກຳລັງ ແລະ ກຳລັງໃຈໃຫ້ຄູ-ອາຈານ, ພະນັກງານ-ນັກຮົບ, ແພດ-ໝໍ ທີ່ກຳລັງປະຕິບັດໜ້າທີ່ ຊ່ວຍຟື້ນຟູ ເຂດທີ່ໄດ້ຮັບຜົນກະທົບໃຫ້ກັບມາໃຊ້ງານໄດ້ປົກກະຕິ ໂດຍສະເພາະແມ່ນໂຮງຮຽນໃຫ້ທັນເປີດຕາມກຳນົດເວລາ. ພາບ+ຂ່າວ: ບຸນເກີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments