ວິທະຍຸ ໂທລະພາບສູນກາງຈີນ, ສິນຄ້າຕ່າງປະເທດ ສຳລັບວາງສະແດງຊຸດທຳອິດທີ່ນຳເຂົ້າມາຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ຖືກຂົນສົ່ງ ໄປຮອດ ສູນການປະ ຊຸມ ແລະ ງານວາງສະແດງ ສາກົນນະຄອນໜານນິງ. ສິນຄ້າຊຸດດັ່ງກ່າວ ມາຈາກ 59 ຜູ້ວາງສະແດງ ໃນ ປະເທດ ມາເລເຊຍ ແລະ ໄທ, ປະກອບມີ ອາ ຫານທ້ອງຖິ່ນ, ເຄື່ອງໃຊ້ສອຍ, ກະເປົາຖື, ກະເປົາ ເດີນທາງ ແລະ ອື່ນໆ, ລວມມີ 1,945 ໜ່ວຍ, ນ້ຳໜັກ 16.33 ໂຕນ. ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ຈະຈັດຂຶ້ນໃນ ລະຫວ່າງ ວັນທີ 17-21 ກັນຍາໜ້ານີ້ ທີ່ນະຄອນໜານນິງ ເຂດກວາງຊີ ຂອງ ສປ ຈີນ. ງານວາງສະແດງເທື່ອນີ້ ໄດ້ປັບປຸງນະໂຍບາຍຜ່ອນຜັນ ດ້ານພາສີ ສຳລັບ ສິນຄ້າວາງສະແດງໃຫ້ດີຂຶ້ນ, ໂດຍໄດ້ເພີ່ມປະເພດສິນຄ້າ ທີ່ໄດ້ຮັບການຍົກເວັ້ນພາສີ ຫລາຍຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

