Homeຂ່າວໜ້າໜຶ່ງຄະນະປະທານບໍລິຫານຈັດການບໍລິສັດພູເບ້ຍມາຍນິງ ຕ້ອນຮັບ ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ

ຄະນະປະທານບໍລິຫານຈັດການບໍລິສັດພູເບ້ຍມາຍນິງ ຕ້ອນຮັບ ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ

ບໍລິສັດພູເບ້ຍມາຍນິງ ໄດ້ຮັບກຽດຕ້ອນຮັບການຢ້ຽມຢາມ ຂອງການນໍາຂັ້ນສູງ ຊຶ່ງນຳພາໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ສອງໂຄງການຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນວັນທີ 17 ແລະ 20 ສິງຫາ 2026.

ການລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຂອງ ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະນີ້ ກ່ອນດໍາເນີນຕາມວາລະ ຄະນະບໍລິຫານງານຂອງບໍລິສັດ ໄດ້ນໍາສະເໜີໂດຍໃຫ້ຮັບຊົມ ວິດີໂອ ເຊິ່ງມີຄວາມຍາວ 20 ນາທີ ທີ່ສະແດງໃຫ້ເຫັນການເຄື່ອນໄຫວດຳເນີນງານທີ່ທັນສະໄໝ ລະດັບສາກົນ ແລະ ວິທີປະຕິບັດທີ່ດີທີ່ສຸດຂອງ ບໍລິສັດ ພູເບ້ຍ ມາຍນິງ. ທ່ານ ເດວິດ ຣີດ ຜູ້ອຳນວຍການໃຫຍ່ ຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ວຽງທອງສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ແລ້ວນຳພາທ່ຽວຊົມຫ້ອງ ຄວບຄຸມໂຮງງານທີ່ທັນສະໄໝ, ຫ້ອງຫລອມຄຳ, ຂະບວນການຂຸດຄົ້ນແຮ່ ແລະ ໂຄງການຂຸດຄົ້ນປຸງແຕ່ງ ຄໍາ-ເງິນ ຢູ່ບໍ່ຫ້ວຍຊາຍ ແລະ ຢູ່ໂຄງການຂຸດຄົ້ນປຸງແຕ່ງ ທອງ-ຄໍາ ພູຄຳ, ໄດ້ຢ້ຽມຊົມໂຮງງານປຸງແຕ່ງ, ບໍ່ແຮ່ແບບເປີດເທິງໜ້າດິນທີ່ມີມາດຕະຖານລະດັບສາກົນ ແລະ ສູນຝຶກອົບຮົມຂອງບໍລິສັດ ພູເບ້ຍ ມາຍນິງ.

ໃນລະຫວ່າງການຢ້ຽມຢາມ, ທ່ານຮອງປະທານປະເທດ ໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ທ່ານປະ ທານຜູ້ບໍລິຫານງານໂຄງການ ທີ່ເຮັດໜ້າທີ່ປະຕິບັດງານໄປຕາມຫລັກການມາດຕະຖານລະດັບສາກົນໄດ້ດີທີ່ສຸດ ຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນການຄຸ້ມຄອງ, ຟື້ນຟູສິ່ງແວດລ້ອມ, ດິນ, ນໍ້າ, ພືດພັນ, ດ້ານສຸຂະພາບ ແລະ ຄວາມປອດໄພ ຂອງພະນັກງານ ແລະ ການຝຶກອົບຮົມ ແລະ ພັດທະນາຊັບ ພະຍາກອນມະນຸດ ໂດຍສະເພາະຕໍ່ແຮງງານຄົນລາວ, ລວມທັງການປະກອບສ່ວນທາງດ້ານສັງຄົມ ແລະ ເສດຖະກິດໃຫ້ແກ່ຊຸມຊົນທ້ອງຖິ່ນ. ພ້ອມນີ້, ທ່ານຮອງປະທານປະເທດ ໄດ້ແນະນໍາທິດທາງກ່ຽວກັບໂອກາດການລົງທຶນຈາກຕ່າງປະເທດໃນອຸດສາຫະກຳບໍ່ແຮ່ ຂອງລາວ.

ທ່ານ ເດວິດ ຣີດ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຢ້ຽມຢາມ ແລະ ສາຍພົວພັນທີ່ເຂັ້ມແຂງຂອງບໍລິສັດກັ ບລັດຖະບານແຫ່ງ ສປປ ລາວ ວ່າ: “ຄະນະປະທານ ບໍລິສັດ ຮູ້ສຶກຍິນດີ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ຈາກ ລັດຖະບານ ຂັ້ນສູນກາງ ແລະ ຄະນະນໍາຂອງແຂວງໄຊສົມບູນ ຊຶ່ງເປັນການຢ້ຽມຢາມໂຄງການຄັ້ງທຳອິດ ຂອງການນຳຂັ້ງ ສູງສຸດ ສປປ ລາວ.

ນັບຕັ້ງແຕ່ເລີ່ມດຳເນີນງານໃນປີ 2008, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຫລາຍກວ່າ 1,25 ຕື້ໂດລາສະຫະລັດ ເຂົ້າໃນພັນທະອາກອນຕ່າງໆ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ, ພ້ອມທັງສ້າງຜົນປະໂຫຍດທາງເສດຖະກິດທາງອ້ອມຜ່ານການຈັດຊື້ໃນທ້ອງຖິ່ນ ແລະ ອື່ນໆ ອີກປະມານ 3,8 ຕື້ໂດລາສະຫະລັດ.

ປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານຫລາຍກວ່າ 3.600 ຄົນ ໂດຍພະນັກງານລາວຄິດເປັນອັດຕາສ່ວນຫລາຍກວ່າ 93% ຂອງກຳລັງແຮງງານ. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະພັດທະນາຄວາມສາມາດ, ສ້າງໂອກາດການຈ້າງງານໃນໄລຍະຍາວ ແລະ ຊ່ວຍໃຫ້ຂະແໜງການບໍ່ແຮ່ມີຄວາມເຂັ້ມແຂງ ໂດຍຜ່ານການພັດທະນາທັກສະ ແລະ ການຖ່າຍທອດຄວາມຮູ້.

ທ່ານຮອງປະທານປະເທດ ແລະ ຄະນະ ມີຄວາມປະທັບໃຈຫລາຍຕໍ່ຜົນສຳເລັດ ແລະ ການປະ ກອບສ່ວນພັດທະນາຊຸມຊົນ ກໍຄື ພັດທະນາປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ບໍລິສັດ ໝັ້ນໃຈວ່າການຢ້ຽມຢາມເທື່ອນີ້ຈະເປັນຂໍ້ມູນທີ່ດີ ແລະ ເປັນປະໂຫຍດຕໍ່ການປະສານສົມທົບກັບຂະ ແໜງການທີ່ກ່ຽວຂ້ອງຂອງລັດຖະບານ ຂັ້ນສູນກາງ ແລະ ຂັ້ນແຂວງ ສະດວກຂຶ້ນ ເນື່ອງຈາກວ່າໂຄງ ການ ບໍລິສັດ ຍັງໄດ້ສືບຕໍ່ການລົງທຶນຂອງ ບໍລິສັດ ໃຫ້ມີການເຕີບໂຕຫລາຍໂຄງການຢູ່ໃນລາວ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments