Homeຂ່າວຕ່າງປະເທດແອວນີໂຢ ຜັນຜວນຮຸນແຮງທີ່ສຸດໃນຮອບ 1,000 ປີ

ແອວນີໂຢ ຜັນຜວນຮຸນແຮງທີ່ສຸດໃນຮອບ 1,000 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ສິງຫາ ຜ່ານມາວ່າ: ຜົນການສຶກສາໃໝ່ທີ່ຕີພິມໃນວາລະສານວິທະຍາສາດພົບວ່າ, ການຜັນຜວນຂອງອຸນຫະພູມໃນມະຫາສະໝຸດປາຊີຟິກຍ້ອນແອວນີໂຢມີຄວາມຮຸນແຮງກວ່າໄລຍະອື່ນໆທີ່ມີການວັດແທກໃນຍຸກກ່ອນອຸດສາຫະກຳ, ໂດຍອີງໃສ່ສະຖິຕິທີ່ເກັບກຳມາປະມານ 1,000 ປີ.

ຜົນການສຶກສາດັ່ງກ່າວເປັນຫຼັກຖານເພີ່ມເຕີມວ່າວິກິດການໂລກຮ້ອນກຳລັງປ່ຽນແປງປະກົດການ ແອວນີໂຢ – ຄວາມຜັນຜວນຂອງລະບົບອາກາດໃນຊີກໂລກໃຕ້ ຫຼື ENSO ຊຶ່ງເປັນວົງຈອນສະພາບອາກາດທຳມະຊາດທີ່ສົ່ງຜົນກະທົບຕໍ່ສະພາບອາກາດທົ່ວໂລກ.

ຜົນການສຶກສາລາຍງານວ່າ: ການຜັນຜວນຂອງ ENSO ໃນທົດສະວັດທີ່ຜ່ານມາສູງກວ່າຍຸກກ່ອນອຸດສາຫະກຳ ຫຼາຍກວ່າ 36%, ໂດຍພົບການເພີ່ມຂຶ້ນຮຸນແຮງທີ່ສຸດໃນໄລຍະ 40 ປີທີ່ຜ່ານມາ.

ຜົນການສຶກສາລະບຸວ່າ: ENSO ປະກອບດ້ວຍໄລຍະແອວນີໂຢທີ່ເຮັດໃຫ້ອຸນຫະພູມອຸ່ນຂຶ້ນ ແລະ ໄລຍະລານີຢາທີ່ເຮັດໃຫ້ອຸນຫະພູມເຢັນລົງ ຊຶ່ງທັງສອງປະກົດການນີ້ເຮັດໃຫ້ເກີດການປ່ຽນແປງຢ່າງກວ້າງຂວາງຂອງປະລິມານນ້ຳຝົນ ແລະ ອຸນຫະພູມເກີດການປ່ຽນແປງຢ່າງກວ້າງຂວາງໄກເກີນກວ່າມະຫາສະໝຸດປາຊີຟິກ, ໂດຍສົ່ງຜົນກະທົບຕໍ່ໄພແຫ້ງແລ້ງ, ນ້ຳຖ້ວມ ແລະ ຂະແໜງກະສິກຳໃນຫຼາຍພາກພື້ນທົ່ວໂລກ.

ການເພີ່ມຂຶ້ນຢ່າງໄວວາໃນຊຸມປີມໍ່ໆມານີ້ສ່ວນໃຫຍ່ແມ່ນຍ້ອນເຫດການແອວນີໂຢທີ່ເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນ. ຍິ່ງໄປກວ່ານັ້ນ, ການປ່ຽນແປງດັ່ງກ່າວຍັງສອດຄ່ອງກັບອຸນຫະພູມໂລກທີ່ເພີ່ມຂຶ້ນ.

ຜົນການສຶກສາດັ່ງກ່າວເກີດຂຶ້ນທ່າມກາງເຫດການແອວນີໂຢຄັ້ງໃໝ່ໃນມະຫາສະໝຸດປາຊີຟິກທີ່ຢູ່ເສັ້ນສູນສູດຂອງມະຫາສະໝຸດປາຊີຟິກ. ໂດຍສູນຄາດຄະເນສະພາບອາກາດ ທີ່ຂຶ້ນກັບອົງການບໍລິຫານມະຫາສະໝຸດ ແລະ ຊັ້ນບັນຍາກາດແຫ່ງຊາດຂອງ ສະຫະລັດ ອາເມຣິກາ (NOAA) ລະບຸໃນວັນທີ 13 ສິງຫາ ຜ່ານວ່າ: ແອວນີໂຢ ກຳລັງຮຸນແຮງຂຶ້ນ ແລະ ມີໂອກາດຫຼາຍກວ່າ 90% ທີ່ຈະພັດທະນາໄປສູ່ເຫດການທີ່ຮ້າຍແຮງໃນໄລຍະລະດູໃບໄມ້ຫຼົ່ນ ແລະ ລະດູໜາວປີ 2026-2027 ໃນຊີກໂລກເໜືອ.

ຢ່າງໃດກໍຕາມ, ຜົນການສຶກສາບໍ່ໄດ້ລະບຸວ່າເຫດການແອວນີໂຢໃນອະນາຄົດທັງໝົດຈະຮຸນແຮງກວ່າເກົ່າ, ແຕ່ຊີ້ໃຫ້ເຫັນວ່າການປ່ຽນແປງ ENSO ໃນມະຫາສະໝຸດປາຊີຟິກຕາເວັນອອກສູງກວ່າລະດັບທີ່ເຄີຍເກີດຂຶ້ນຕະຫຼອດຫຼາຍຮ້ອຍປີກ່ອນຍຸກອຸດສາຫະກຳ ຊຶ່ງກວດພົບຈາກຂໍ້ມູນທີ່ບັນທຶກໄວ້ໃນແນວປະກາລັງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments