ໃນວັນທີ 31 ສິງຫານີ້, ທີ່ຫ້ອງວ່າການເມືອງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ນຳໂດຍທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການແຂວງອຸດົມໄຊ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍທ່ານ ພົມມາ ວັນນະກຳ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳເມືອງນາໝໍ້ ໄດ້ມອບຈັກສູບນ້ຳຈຳນວນ 5 ເຄື່ອງ ພ້ອມດ້ວຍເງິນສົດຈຳນວນໜຶ່ງໃຫ້ການນຳເມືອງນາໝໍ້ ເພື່ອນຳໃຊ້ເຂົ້າໃນການຊຸກຍູ້, ຊ່ວຍເຫຼືອ ແລະ ແກ້ໄຂໄພພິບັດນ້ຳຖ້ວມໃຫ້ທັນເວລາ. ກ່າວຮັບໂດຍທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ, ເລຂາພັກເມືອງນາໝໍ້ ພ້ອມດ້ວຍຄະນະເຂົ້າຮ່ວມ.
ຂ່າວ: ແຂວງອຸດົມໄຊ

