Home ຂ່າວກິລາ ແລັບດອກ ຄອງຂັນຊະນະເລີດດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ແລັບດອກ ຄອງຂັນຊະນະເລີດດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

0

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25 ຫຼື The XXV BeerLao Badminton Championship 2026 ໄດ້ສຳເລັດ ແລະ ມີພິທີປິດຢ່າງເປັນທາງການ ໃນວັນທີ 30 ສິງຫາ ນີ້ ທີ່ເດີ່ນດອກປີກໄກ່ມິດຕະພາບລາວ-ໄທ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍ ການຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ຕະຫຼອດຮອດບັນດາຄະນະບໍລິຫານງານ, ຄູຝຶກ, ນັກກິລາ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ງານແຂ່ງຂັນແມ່ນຈັດຂຶ້ນວັນທີ 27–30 ສິງຫາ ນີ້ ມີສະໂມສອນເຂົ້າຮ່ວມທັງໝົດ 24 ສະໂມສອນ ຈາກທັງໝົດ 10 ແຂວງຄື: ນະຄອນຫຼວງວຽງຈັນ: ແຂວງວຽງຈັນ, ຄຳມ່ວນ, ໄຊຍະບູລີ, ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ຫຼວງພະບາງ ຊຶ່ງການແຂ່ງຂັນມີ 21 ລາຍການ (ເກັບກຳຄະແນນສະສົມ) ແຕ່ໄດ້ຈັດການແຂ່ງຂັນພຽງແຕ່ 18 ລາຍການ ເນື່ອງຈາກ 3 ລາຍການ ມີນັກກິລາສະໜັກມາບໍ່ຮອດ 8 ຄູ່ ໃນນັ້ນ ຄູ່ຍິງ GD U15 ມີ 5 ຄູ່, ຄູ່ຍິງ GD U19 ມີ 5 ຄູ່, ດ່ຽວຍິງ GS U19 ມີ 2 ຄົນ.

ສຳລັບການແຂ່ງຂັນຮຸ່ນສະໜັກຫຼິ້ນມີ 4 ລາຍການ ປະເພດຄູ່ ມື BG/S – ປະເພດຄູ່ ມື S-/S ປະ, ເພດຄູ່ S/N ປະເພດຄູ່ ມື N/P- ນັດແຂ່ງຂັນທັງໝົດມີ 352 ນັດ ແບ່ງເປັນຮຸ່ນເຍົາວະຊົນ 272 ນັດ ແລະ ແຂ່ງຂັນທັງໝົດ 228 ນັດ ຜ່ານການແຂ່ງຂັນຕະຫຼອດ 4 ວັນ ຜົນປະກົດວ່າ ສະໂມສອນກິລາດອກປີກໄກ່ແລັບດອກ ສາມາດຄອງຂັນຊະນະເລີດ (ທີ 1) ລາຍການດັ່ງກ່າວໄປຄອງ.

ໃນໂອກາດນີ້, ທ່ານ ໄຊບັນດິດ ຣາຊະພົນ ໄດ້ສະແດງຄວາມຂອບໃຈມາຍັງບັນດາສະໂມສອນກິລາດອກປີກໄກ່ ທົ່ວປະເທດ, ບັນດາຄູຝຶກ, ນັກກິລາທຸກຮຸ່ນ, ຜູ້ຊົມ-ຜູ້ເຊຍ, ຜູ້ມັກຮັກໃນກິລາດອກປີກໄກ່ ທີ່ໄດ້ເຂົ້າຮ່ວມຕິດຕາມງານສ້າງປະຫວັດສາດນີ້ ຢ່າງພ້ອມພຽງກັນ ດ້ວຍມິດຕະພາບ ແລະ ສ້າງສັນ. ໃນນາມສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ພິເສດສະແດງຄວາມຂອບໃຈເປັນຢ່າງຍິ່ງເຖິງຄະນະຜູ້ບໍລິຫານ ແລະ ພະນັກ ງານ ບໍລິສັດ ເບຍລາວ ຈຳກັດ ທຸກໆທ່ານ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ສະໜັບສະໜູນສະຫະພັນຕະຫຼອດມາຢ່າງສະເໝີຕົ້ນສະເໝີປາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version