Homeຂ່າວໜ້າໜຶ່ງເລຂາພັກແຂວງຫຼວງນໍ້າທາ ພ້ອມດ້ວຍປະທານຄະກຳມະການປົກຄອງແຂວງ ລົງຢ້ຽມຢາມໃຫ້ກຳລັງໃຈປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້ຖ້ວມຢູ່ບັນດາສູນພັກຊົ່ວຄາວ.

ເລຂາພັກແຂວງຫຼວງນໍ້າທາ ພ້ອມດ້ວຍປະທານຄະກຳມະການປົກຄອງແຂວງ ລົງຢ້ຽມຢາມໃຫ້ກຳລັງໃຈປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້ຖ້ວມຢູ່ບັນດາສູນພັກຊົ່ວຄາວ.

ຕອນບ່າຍຂອງວັນທີ 30 ສິງຫາ 2026 ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ, ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ ແລະ ທ່ານ ວົງມະນີ ເພື່ອປະຊາ ກໍາມະການປະຈໍາພັກແຂວງ ຮອງປະທານຄະກຳມະການປົກຄອງແຂວງ ປະທານຄະນະກໍາມະການຕ້ານໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມສູນພັກຊົ່ວຄາວຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ຄື: ເດີນກິລາໃນຮົ່ມຂອງແຂວງ ແລະ ສູນໂຮງໝໍ ປກສ ແຂວງ ແລະ ຂົ້ວນໍ້າທາ ຈຸດບ້ານໃໝ່ ກວດກາຜົນເສຍຫາຍ ເພື່ອໃຫ້ກຳລັງໃຈປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້ຖ້ວມໃນຄັ້ງວັນທີ 29 – 30 ສິງຫາ 2026.

ການລົງຢ້ຽມຢາມໃນຄັ້ງນີ້ ເພື່ອເບິ່ງແຍງຊີວິດການເປັນຢູ່, ໃຫ້ກຳລັງໃຈ ແລະ ຕິດຕາມເງື່ອນໄຂການຢູ່ອາໄສຂອງຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ເປັນການສະແດງເຖິງຄວາມຫ່ວງໃຍຈາກພັກ-ລັດ ແລະ ອົງການປົກຄອງແຂວງ ຕໍ່ປະຊາຊົນຜູ້ທີ່ກຳລັງປະສົບເຄາະຮ້າຍຈາກໄພພິບັດນໍ້າຖ້ວມໂດຍສະເພາະແມ່ນເຮຶອນຊານບ້ານຊ່ອງ, ຊັບສິນ ແລະ ເນື້ອທີ່ທຳການຜະລິດ. ປັດຈຸບັນບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມມີ 34 ບ້ານ.

ທ່ານ ພັນໂທ ອຸ່ນແກ້ວ ສິງດາວີ, ຮອງອຳນວຍການ ໂຮງໝໍ ປກສ ແຂວງຜູ້ຮັບຜິດຊອບສູນພັກຊົ່ວຄາວໂຮງໝໍ ປກສ ປັດຈຸບັນ, ໂຮງໝໍ ປກສ ແຂວງ ໄດ້ເປີດເປັນສູນພັກຊົ່ວຄາວ ເພື່ອຮອງຮັບປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ປະສົບໄພນ້ຳຖ້ວມ. ໃນນີ້ ມີປະຊາຊົນ ຈາກ 3 ບ້ານ ຄື: ບ້ານປຸ່ງ, ບ້ານປ່າສັກ ແລະ ບ້ານໃໝ່ ເຂົ້າມາພັກອາໄສ ລວມທັງໝົດ 71 ຄົນ. ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ: ສູນພັກຊົ່ວຄາວ ຍັງມີຄວາມຕ້ອງການ ແລະ ຂາດແຄນສິ່ງຂອງອຸປະໂພກ-ບໍລິໂພກ ທີ່ຈຳເປັນຢ່າງຫຼວງຫຼາຍເປັນຕົ້ນແມ່ນ: ນ້ຳດື່ມ , ນ້ຳໃຊ້, ອາຫານ, ເຄື່ອງກິນ ແລະ ເຄື່ອງນຸ່ງຫົ່ມ ພ້ອມນີ້ທາງສູນ ຍັງໄດ້ຮຽກຮ້ອງເຖິງປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ແມ່ນສາມາດເຂົ້າມາພັກອາໄສຢູ່ ສູນພັກຊົ່ວຄາວ ໂຮງໝໍ ປກສ ແຂວງໄດ້. ພ້ອມທັງໄດ້ຮຽກຮ້ອງ ແລະ ເຊີນຊວນບັນດາອົງການຈັດຕັ້ງ, ບໍລິສັດ, ຫ້າງຮ້ານ, ນິຕິບຸກຄົນ ແລະ ມວນຊົນທຸກພາກສ່ວນໃນສັງຄົມ ທີ່ມີຈິດໃຈສັດທາຢາກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ແມ່ນສາມາດນຳເອົາເຄື່ອງບັນເທົາທຸກເຂົ້າມາບໍລິຈາກໄດ້ທີ່ໂຮງໝໍ ປກສ ແຂວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments