Homeຂ່າວກິລາຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ສ້າງຂະ ບວນການແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ຢູ່ເດີ່ນບານເຕະຫຍ້າທຽມ ເບສະ ຫວັນ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນວ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ,ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນວ ,ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນວ ມີບັນດາທ່ານຄະນະພັກ ຄະນະນຳ ຂັ້ນສູນກາງ ນວ ຕາງໜ້າບໍລິສັດ ເບຍລາວ ຈໍາກັດ ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ ພ້ອມດ້ວຍບັນດານັກກີລາ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນວ ກ່າວວ່າ:ຂະບວນການແຂ່ງຂັນກິລາບານເຕະມິດຕະພາບຄັ້ງນີ້: ກໍເພື່ອເປັນການສະເຫຼີມສະຫຼອງວັນສື່ມວນຊົນ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ວັນປະກາດເອກະລາດ ວັນທີ 23 ສິງຫາ ຄົບຮອບ 81 ປີ (23 ສິງຫາ 1945-23 ສິງຫາ 2026) ວັນລັດຖະທໍາມະນູນ 15 ສິງຫາ ຄົບຮອບ 35 ປີ (15 ສິງຫາ1991-2026) ພິເສດແມ່ນເປັນການສະເຫຼີມສະຫຼອງຜົນສະເລັດໃນການເຊື່ອມຊຶມ ເຜີຍແຜ່ ຜັນຂະຫຍາຍຜົນ ສຳເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານພັກ ອົງການປົກຄອງ ນວ ແລະ ແຜນພັດທະນາເສດຖະກິດ-ສັັງຄົມ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ.

ການເຂ່ງຂັນເຕະບານໃນຄັ້ງນີ້ ປະກອບມີ 4 ທີມເຂົ້າຮ່ວມຄື: ທີມບໍລິສັດເບຍລາວ ຈໍາກັດ, ວິສາຫະກິດສ່ວນບຸກຄົນໝາຍເວ, ສ່ວຍສາອາກອນ ນວ ແລະ ທີມລາວສະປອດມີເດຍ, ພິເສດມີຄູ່ກິດຕິ ມະສັກ ລະຫວ່າງ ທີມການນໍາ ນວ ພົບກັບ ທີມລວມສື່ມວນຊົນສູນກາງ ເຊິ່ງບັນຍາກາດຂອງການແຂ່ງຂັນ ແມ່ນເຕັມໄປດ້ວຍການຮັດແໜ້ນຄວາມສາມັກຄີ ເຊິ່ງກັນ ແລະ ກັນ ມີນ້ຳໃຈນັກກີ ລາ ຮູ້ແພ້-ຮູ້ຊະນະ ແລະ ຮູ້ໃຫ້ອະໄພ ງານໃນຄັ້ງນີ້ ກໍເປັນການສ້າງຂະບວນການໃຫ້ມີບັນຍາກາດຢ່າງຟົດຟື້ນ ມ່ວນຊື່ນ ເຖິງ ຢ່າງໃດກໍຕາມ ຂ້າພະເຈົ້າໜັ້ນໃຈວ່າ ກິດຈະກຳໃນຄັ້ງນີ້ ຈະດຳເນີນງານເຕັມໄປດ້ວຍບັນຍາກາດທີ່ດີ ມີຄວາມມ່ວນຊື່ນ ມີຄວາມສາມັກຄີຮັກແພງ ແລະ ເຮັດໃຫ້ງານໃນຄັ້ງນີ້ ປະສົບຜົນ ສຳເລັດຢ່າງຈົບງານ.

ຜ່ານການແຂ່ງຂັນຜົນປາກົດວ່າ: ທີ1 ທີມສ່ວຍ ສາອາກອນ ນວ ,ທີ2 ທີມລາວສະປອດ ມີເດຍ ,ທີ 3 ທີມວິສາຫະກິດສ່ວນບຸກຄົນ ໝາຍເວ ແລະ ທີ 4 ທີມບໍລິສັດ ເບຍລາວ ສ່ວນຄູ່ກິດຕິມະສັກ ເປັນຝ່າຍທີມການນໍາ ນວ ເອົາຊະນະ ທີມທີມລວມສື່ມວນຊົນສູນກາງ 7-5 ປະຕູ.

ການແຂ່ງຂັນບານເຕະມິດຕະພາບຄັ້ງນີ້ ແມ່ນໄດ້ຮັບການສະ ໜັບສະໜູນຈາກພາກສ່ວນຕ່າງໆ ປະກອບມີ:ວິສາຫະກິດສ່ວນບຸກຄົນ ໝາຍເວ ເປັນເຄື່ອງກິລາຈໍານວນ 220 ກວ່າຊຸດ ລວມມູນຄ່າ 50 ລ້ານກວ່າກີບ ,ສ່ວຍສາອາກອນ ນວ 20 ລ້ານກີບ ,ບໍລິສັດ ເບສະຫວັນ ຈໍາກັດ ອຸປະຖໍານໍ້າດື່ມ+ເດີ່ນເຕະບານ, ບໍລິສັດ ເບຍລາວ ຈຳກັດ ແລະ ພາກສ່ວນອື່ນໆອີກຈໍານວນໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments