ເນື່ອງຈາກຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນເຮັດໃຫ້ແມ່ນໍ້າສາຍຕ່າງໆຍຶ່ງຂຶ້ນ, ໄຫຼ່ປ່ອງໃສ່ແມ່ນໍ້າບາກ, ເຮັດໃຫ້ເກີດມວນນໍ້າໄຫຼ່ພັດສຸເອົາວັດຖຸສິ່ງຂອງ, ສັດລ້ຽງ, ເຮືອນຊານບ້ານຊ່ອງ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຊາວເມືອງນໍ້າບາກ ແຂວງຫຼວງພະບາງ.

ໃນວັນທີ 30 ສິງຫາຜ່ານມາ, ກອງບັນຊາການທະຫານເມືອງນໍ້າບາກ ຈຶ່ງໄດ້ນໍາກຳລັງລົງພື້ນທີ່ເພື່ອຊ່ວຍເຫຼືອກອບກູ້ໄພພິບັດນໍ້າຖ້ວມ ນໍາໂດຍສະຫາຍ ພັນໂທ ນິນລະພົບ ຈັນທະວີສຸກ ຄະນະປະຈໍາພັກເມືອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງນໍ້າບາກ ພ້ອມດ້ວຍກຳລັງຈໍານວນ 120 ສະຫາຍ, ໃນນີ້ໄດ້ຊ່ວຍເຫຼືອ ບ້ານຟ້າ, ບ້ານໂຄ້ງ, ບ້ານນໍ້າລາ ແລະ ບ້ານໂພນໄຊ ຊຶ່ງເປັນບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກ, ໃນນັ້ນແມ່ນໄດ້ເລັ່ງກຳລັງຂົນຍ້າຍວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ, ຜູ້ເຖົ້າ ແລະ ເດັກນ້ອຍໄປຢູ່ເຂດພື້ນທີ່ປອດໄພ, ປັດຈຸບັນກຳລັງໄດ້ສົມທົບກັບແຕ່ລະພາກສ່ວນຍົກລະດັບການເຝົ້າລະວັງ ຕິດຕາມສະພາບຂອງນໍ້າຊຶ່ງຍັງມີແນວໂນ້ມທີ່ຈະເພີ່ມຂຶ້ນເລື້ອຍໆ ເນື່ອງຈາກຝົນຍັງສືບຕໍ່ຕົກໜັກຢ່າງຕໍ່ເນື່ອງ. ຂໍ້ມູນ: ສຸລິວັນ ຕິ໋ງພູທອງ

