Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີຜູ້ປະຈໍາການຕ້ອນຮັບຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ

ຮອງນາຍົກລັດຖະມົນຕີຜູ້ປະຈໍາການຕ້ອນຮັບຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ

ໃນຕອນເຊົ້າວັນທີ 28 ສິງຫາ 2026 ທີ່ຫ້ອງວ່າການສໍານັກງານາຍົກລັດຖະມົນຕີ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຊູ ເຫວີນກວ່າງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ເຈີຈ່ຽງ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 27-30 ສິງຫາ 2026.

ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຊູ ເຫວີນກວ່າງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນ ແລະ ຄວາມເອົາໃຈໃສ່ສູງໃນການຜັນຂະຫຍາຍຜົນຂອງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນມິຖຸນາ 2026 ທີ່ຜ່ານມາ ແລະ ການຢ້ຽມຢາມຄັ້ງນີ້ໄດ້ມີຂຶ້ນໃນທ່າມກາງທີ່ສອງປະເທດ ລາວ ແລະ ຈີນ ກໍາລັງຮ່ວມກັນຈັດກິດຈະກໍາສະເຫລີມສະຫລອງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະ ແຂວງເຈີຈ່ຽງ ຕໍ່ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຫລາຍດ້ານ ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງການນໍາພັກ-ລັດ ແຂວງເຈີຈ່ຽງ ທຸກຖ້ວນໜ້າ ແລະ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ໃຫ້ແກ່ການຢ້ຽມຢາມ ແຂວງເຈີຈ່ຽງ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານມາ ອັນໄດ້ກາຍເປັນຂີດໝາຍໃໝ່ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ, ເຕັກໂນໂລຊີ ແລະ ນະວັດຕະກໍາ ລວມທັງສົ່ງເສີມໄປມາຫາສູ່ລະຫວ່າງປະຊາຊົນ ລາວ ແລະ ແຂວງ ເຈີຈ່ຽງ. ພິເສດ, ​ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ໃຫ້ທິດຊີ້ນໍາ ກ່ຽວກັບການຈັດຕັ້ງຜັນຂະຫຍາຍຄໍາເຫັນທີ່ເປັນເອກະພາບຂອງສອງເລຂາທິການໃຫຍ່ ໂດຍສະເພາະ ການສະເໜີສ້າງຕັ້ງກົນໄກການປະສານງານ ລະຫວ່າງ ສປປ ລາວ ແລະ ແຂວງເຈີຈ່ຽງ ເພື່ອຊຸກຍູ້ບັນດາແຜນການຮ່ວມມືໃຫ້ເປັນຮູບປະທໍາໂດຍໄວ, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ.​

ໃນໂອກາດດຽວກັນນີ້, ສະຫາຍ ຊູ ເຫວີນກວ່າງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຜົນຂອງກອງປະຊຸມແລກປ່ຽນການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສປປ ລາວ ແລະ ແຂວງເຈີຈ່ຽງ ຊຶ່ງໄດ້ກາຍເປັນເວທີສໍາຄັນ ໃນການເຊື່ອມຕໍ່ທ່າແຮງບົ່ມຊ້ອນໃນການຮ່ວມມືຂອງທັງສອງຝ່າຍ, ທັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດໄດ້ມີໂອກາດພົບປະແລກປ່ຽນ, ຊອກຫາຊ່ອງທາງການຮ່ວມມືໃໝ່ໆ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງ ສປປ ລາວ ແລະ ແຂວງ ເຈີຈ່ຽງ ໃຫ້ຂະຫຍາຍຕົວຢ່າງແຂງແຮງໃນຕໍ່ໜ້າ. ພ້ອມກັນນີ້, ກໍໄດ້ສະແດງຄວາມຍິນດີ ແລະ ຢືນຢັນຄວາມໝາຍໝັ້ນໃນການສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫາຍຄໍາເຫັນທີ່ເປັນເອກະພາບຂອງການນໍາສູງສຸດຂອງສອງປະເທດ ໃຫ້ມີຄວາມເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments