ປັດຈຸບັນ, ປະລິມານນ້ຳ ຂອງນ້ຳບາກ ຢູ່ແຂວງຫລວງພະບາງ ພວມເພີ່ມຂຶ້ນຫລາຍ ເຮັດໃຫ້ໄຫລຖ້ວມເຮືອນປະຊາຊົນເຂດແຄມນ້ຳ, ເຂດລຸ່ມຕ່ຳ ແລະ ສວນຂອງປະຊາຊົນຈຳນວນໜຶ່ງແລ້ວ.
ສະນັ້ນ, ເຕືອນໃຫ້ປະຊາຊົນທີ່ອາໄສໃນເຂດທີ່ມີຄວາມສ່ຽງຈົ່ງມີສະຕິລະວັງ ແລະ ມ້ຽນມັດເຄື່ອງຂອງທີ່ຈຳເປັນໄວ້ບ່ອນສູງ ແລະ ປອດໄພ ອາດຈະເກີດມີນ້ຳຖ້ວມຊຸ, ດິນເຈື່ອນ.

