Homeຂ່າວໜ້າໜຶ່ງອຸດົມໄຊ ເລັ່ງອົບພະຍົບປະຊາຊົນອອກຈາກເຂດພື້ນທີ່ສ່ຽງນ້ຳຖ້ວມ

ອຸດົມໄຊ ເລັ່ງອົບພະຍົບປະຊາຊົນອອກຈາກເຂດພື້ນທີ່ສ່ຽງນ້ຳຖ້ວມ

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 30 ສິງຫາ 2026, ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ ນ້ຳກໍ ແລະ ນ້ຳມາວ ແຂວງອຸດົມໄຊ ໄດ້ມີປະລິມານນ້ຳເພີ່ມຂຶ້ນສູງກາຍຂີດອັນຕະລາຍແລ້ວເຮັດໃຫ້ໄຫລຖ້ວມເຮືອນ, ໄຮ່ນາ, ຮົ້ວສວນ, ເສັ້ນທາງ, ເສົາໄຟຟ້າ ແລະ ທີ່ຢູ່ອາໄສຂອງປະຊາຊົນທີ່ຢູ່ເຂດພື້ນທີ່ຕ່ຳໄດ້ຮັບຜົນເສຍຫາຍຈຳນວນຫລາຍ. ປັດຈຸປັນ, ຝົນຍັງຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ນ້ຳຖ້ວມໄປເປັນວົງກວ້າງ, ຊຶ່ງການນຳແຂວງ, ເມືອງ, ບ້ານ ຕະລອດຮອດ ທະຫານ, ຕໍາຫລວດ ໄດ້ພ້ອມກັນເຂົ້າຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments