ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ ນ້ຳກໍ, ນ້ຳມາວ ແຂວງອຸດົມໄຊ ໄດ້ຂຶ້ນສູງ ກາຍຂິດອັນຕະລາຍ ແລະ ໄດ້ໄຫລຖ້ວມເຂົ້າບ້ານເຮືອນຂອງປະຊາຊົນທີ່ຢູ່ເຂດຕ່ຳ, ໄຮ່ນາ, ຮົ້ວສວນ, ເສັ້ນທາງ, ເສົ້າໄຟຟ້າລົ້ມ ຊຶ່ງໄດ້ຮັບຜົນເສຍຫາຍຈຳນວນຫລາຍ, ມາຮອດປັດຈະບັນ ຝົນຍັງບໍ່ມີທີທ່າຈະຢຸດຕົກ ສົ່ງຜົນໃຫ້ນ້ຳຖ້ວມເປັນວົງກວ້າງ ປັດຈຸບັນການນຳແຂວງ, ຕະຫລອດຮອດ ທະຫານ, ຕໍາຫລວດ ໄດ້ພ້ອມກັນຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ.

ທ່ານ ຕຸ້ຍ ພົມມີໄຊ ຫົວໜ້າກອງບັນຊາການທະຫານແຂວງອຸດົມໄຊ ໄດ້ໃຫ້ສໍາພາດໃນວັນທີ 30 ສິງຫາ 2026 ວ່າ: ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ນຳກຳລັງທະຫານ ລົງຊ່ວຍປະຊາຊົນ ທີ່ໄດ້ຮັບຜົນທະທົບ ແລະ ຊອກຫາຜູ້ສູນຫາຍ ຈາກໄພນ້ຳຖ້ວມ ນັບແຕ່ເວລາ 5 ໂມງເຊົ້າຜ່ານມາ, ຢູ່ຈຸດຂອບເຂດບ້ານບໍ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນຈຸດທີ່ໄດ້ສົ່ງຜົນເສຍຈາກນໍ້າຖ້ວມດັ່ງກ່າວ, ເປັນຕົ້ນຕໍ່ໄຮ່, ນາ, ຮົ່ວສວນ, ໜອງປາ, ພາຫະນະ, ຊັບສິນໄດ້ຮັບຜົນເສຍຫາຍສົມຄວນ. ມາຮອດປະຈຸບັນ ບັນດາກຳລັງກອງບັນຊາການທະຫານແຂວງ ໄດ້ສຸມໃສ່ເລັ່ງຊ່ວຍເຫລືອພໍ່ແມ່ປະຊາຊົນ ຢູ່ຂອບເຂດທີ່ໄດ້ຮັບຜົນປະທັບ ຄາດວ່າແຂວງອຸດົມໄຊ ຍັງຈະສືບຕໍ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ຫລາຍສົມຄວນ.
ສຳລັບປະຊາຊົນ ທີ່ອາໄສຢູ່ເຂດຕອນໃຕ້ຂອງນໍ້າກໍ ໃຫ້ມີສະຕິກະກຽມມ້ຽນມັດ, ຍົກຍ້າຍວັດຖຸ, ສິ່ງຂອງທີ່ຈຳເປັນ, ສັດລ້ຽງ ໄປໄວ້ບ່ອນທີ່ສູງ-ປອດໄພ, ພ້ອມທັງໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າ ຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນແຕ່ລະໄລຍະ

