Homeຂ່າວໜ້າໜຶ່ງການນຳແຂວງອຸດົມໄຊ ລົງຕິດຕາມສະພາບນ້ຳຖ້ວມຢູ່ເທດສະບານແຂວງ

ການນຳແຂວງອຸດົມໄຊ ລົງຕິດຕາມສະພາບນ້ຳຖ້ວມຢູ່ເທດສະບານແຂວງ

ຈາກສະພາບຝົນຕົກໜັກໃນຄ່ຳຄືນຂອງວັນທີ 29 ສິງຫາ 2026 ແລະ ສືບຕໍ່ຕົກມາຮອດປັດຈຸບັນ ໄດ້ເຮັດໃຫ້ເກີດມີນ້ຳຖ້ວມ, ນ້ຳຊຸ, ນ້ຳນອງໃນບັນດາຫ້ວຍຮ່ອງ ແລະເຮັດໃຫ້ລະດັບນ້ຳໃນນ້ຳສາຍຕ່າງໆເຊັ່ນ: ນ້ຳກໍ ໃນເທສະບານແຂວງອຸດົມໄຊ, ນ້ຳແຊ ຢູ່ເມືອງນາໝໍ້, ນ້ຳພາກ ຢູ່ເມືອງຫລາ ແຂວງອຸດົມໄຊ ເພີ່ມຂຶ້ນຢ່າງໄວວາ ແລະ ລົ້ນຖ້ວມເນື້ອທີ່ທຳການຜະລິດ, ເຮືອນຊານຂອງປະຊາຊົນ.

ໃນຕອນເຊົ້າວັນທີ 30 ສິງຫາ 2026 ນີ້, ທ່ານ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະ ການປົກຄອງແຂວງພ້ອມດ້ວຍຄະນະ ໄດ້ລົງຕິດຕາມລະດັບນ້ຳຢູ່ຈຸດຕ່າງໆຂອງເທສະບານແຂວງອຸດົມໄຊ ເຊັ່ນ: ຈຸດບ້ານນາເລົາ, ຈຸດບ້ານໜອງແມງດາ, ຈຸດໂຮງຮຽນຊົນເຜົ່າ, ຈຸດບ້ານຫລັກ 4 ທາງໄປເມືອງນາໝໍ້, ຈຸດພະແນກສຶກສາທິການ ແລະ ກິລາແຂວງ ຊຶ່ງແຕ່ລະຈຸດລະດັບນ້ຳໄດ້ເພີ່ມຂຶ້ນຖ້ວມເສັ້ນທາງໃນເທສະບານ ແລະ ຈຸດທີ່ເກີດນ້ຳໄຫລຊຸ ເຂດສາຍນ້ຳແຟນ ບ້ານບໍ່ ເມືອງໄຊ ແຂວງ ອຸດົມໄຊ. ໃນການລົງເຄື່ອນໄຫວຄັ້ງນີ້, ກໍເພື່ອເປັນການຕິດຕາມລະດັບນ້ຳ, ພ້ອມທັງແນະນຳປະຊາຊົນຢູ່ຈຸດທີ່ມີຄວາມສ່ຽງ ຮີບຮ້ອນຍົກຍ້າຍວັດຖຸສິ່ງຂອງ, ສັດລ້ຽງຂຶ້ນໄວ້ທີ່ປອດໄພ, ພ້ອມທັງຊີ້ນຳໃຫ້ອົງການຈັດຕັ້ງແຕ່ລະຂັ້ນ ໃຫ້ກຽມພ້ອມໃນການຮັບມືກັບສະພາບໄພນ້ຳຖ້ວມທີ່ເກີດຂຶ້ນ ແລະ ພ້ອມກັນສຸມກຳລັງເຂົ້າຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃຫ້ທັນການ, ສຳລັບຈຸດທີ່ໄດ້ຮັບຝົນກະທົບໜັກແມ່ນເຂດສາຍນ້ຳແຟນ ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ນ້ຳໄດ້ໄຫລຊຸ ໃນເວລາປະມານ 3 ໂມງເຊົ້າ, ເຮືອນຂອງປະຊາຊົນຫລາຍຫລັງຖືກນ້ຳໄຫລຊ, ທົ່ງນາ ແລະ ໜອງປາຖືກນ້ຳຖ້ວມ ແລະ ເຊາະເຈື່ອນຈຳນວນຫລາຍ.

ປັດຈຸບັນຝົນຍັງສືບຕໍ່ຕົກ ແລະ ລະດັບນ້ຳ ກໍຍັງສືບຕໍ່ເພີ່ມຂຶ້ນ. ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ລຽບແຄມນ້ຳກໍ ໃຫ້ພ້ອມກັນມີສະຕິລະວັງຕົວ, ຍົກຍ້າຍວັດຖຸສິ່ງຂອງ, ສັດລ້ຽງຂື້ນບ່ອນປອດໄພ, ຕິດຕາມລະດັບນ້ຳຢ່າງໃກ້ຊິດ ແລະ ຕິດຕາມຂ່າວພະຍາກອນອາກາດ ແລະ ແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງເປັນແຕ່ລະໄລຍະ.

ຂ່າວ-ພາບ: ຄຳພູສະຫວັນ ເພັນສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments