ວັນທີ 30 ສິງຫາ 2026 ໃນຫລາຍພື້ນທີ່ຂອງເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢ່າງໝັກໜ່ວງ. ນ້ຳຖ້ວມຄັ້ງນີ້, ເປັນການຖ້ວມໃຫຍ່ສຸດ ໃນຮອບຫລາຍປີ ເນື່ອງຈາກສະພາບຝົນຕົກໜັກໃນຄືນວັນທີ 29 ສິງຫາ 2026, ຈຸດທີ່ຖືກຖ້ວມຫລາຍແມ່ນພາຍໃນເທດສະບານເມືອງນາໝໍ້, ເພາະປັດຈຸບັນ ຝົນຍັງຕົກມາເລື່ອຍໆໃນຫລາຍພື້ນທີ່ ນ້ຳອາດຈະຍັງເພີ່ມສູງຂຶ້ນອີກ ໂດຍສະເພາະ ຄົນທີ່ຢູ່ໃກ້ນ້ຳແຊ ແລະ ສາຍນ້ຳອື່ນໆ ຕ້ອງມີສະຕິລະມັດລະວັງ ແລະ ຂໍໃຫ້ຊ່ວຍເຫລືອເຊິງກັນ ແລະກັນ ໃນຍາມວິກິດ ພ້ອມທັງຮັກສາຊັບສິນເງິນຄຳ ແລະ ຍານພາຫະນະຕ່າງໆ ທີ່ສຳຄັນໃຫ້ໄປໄວ້ພື້ນທີ່ສູງ ເພືີ່ອຮັບປະກັນຄວາມປອດໄພ ຈາກໄພນ້ຳຖ້ວມ.
#ສະຖານີ ວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

