Homeຂ່າວໜ້າໜຶ່ງແຈ້ງໃຫ້ປະຊາຊົນຢູ່ແຂວງອຸດົມໄຊ ກຽມໄຟສາຍ ແລະ ດອກໄຟສຳຮອງ ເນື່ອງຈາກລະບົບໄຟຟ້າດັບເປັນວົງກວ້າງ

ແຈ້ງໃຫ້ປະຊາຊົນຢູ່ແຂວງອຸດົມໄຊ ກຽມໄຟສາຍ ແລະ ດອກໄຟສຳຮອງ ເນື່ອງຈາກລະບົບໄຟຟ້າດັບເປັນວົງກວ້າງ

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ ແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າໃນທົ່ວແຂວງອຸດົມໄຊ ຮັບຊາບ: ເນື່ອງຈາກສະພາບຝົນຕົກ ແລະ ນໍ້າຖ້ວມຢູ່ແຂວງອຸດົມໄຊ ເຮັດໃຫ້ມີນໍ້າເຊາະເຈື່ອນ, ດິນສະໄລ້, ຕົ້ນໄມ້ລົ້ມທັບສາຍໄຟຟ້າ, ເສົາໄຟຟ້າລົ້ມ ໃນຂອບເຂດທົ່ວແຂວງອຸດົມໄຊ ຊຶ່ງໄດ້ກະທົບຕໍ່ລະບົບໄຟຟ້າ ອາດເຮັດໃຫ້ໄຟຟ້າດັບ ເປັນວົງກວ້າງ, ເປັນເວລາດົນ.

ສະນັ້ນ, ຈຶ່ງຂໍແຈ້ງໃຫ້ຜູ້ຊົມໃຊ້ໄຟຟ້າໃຫ້ກະກຽມອຸປະກອນທີ່ຈຳເປັນເຊັ່ນ: ໄຟສາຍ, ດອກໄຟສຳຮອງ ແລະ ອຸປະກອນໃນການເກັບມ້ຽນອາຫານຕ່າງໆ ບໍ່ໃຫ້ບູດເນົ່າ ແລະ ອື່ນໆ ທີ່ຈຳເປັນດ້ວຍ. ຖ້າຫາກພົບເຫັນ ເສົາໄຟຟ້າລົ້ມ, ໄຟຕົກ-ໄຟມອດ ຫລື ແຈ້ງເຫດການຕ່າງໆກ່ຽວກັບໄຟຟ້າ ສາມາດໂທແຈ້ງ ຫລື ສອບຖາມຂໍ້ມູນໄດ້ທີ່ເບີໂທ: 081 212 530 ສາຍດ່ວນ: 081 1199 ຕະຫລອດ 24 ຊົ່ວໂມງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments