ໃນວັນທີ 26 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະມາຄົມສຽງແຄນລາວ ຊຶ່ງນໍາໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາ ແຫ່ງຊາດ, ປະທານກິຕິມະສັກສະມາຄົມສຽງແຄນລາວ, ມີ ທ່ານ ຄຳພັນ ເໝືອນສິດທິດາ ກຳມະການສູນກາງແນວລາວ ສ້າງຊາດ, ປະທານສະມາຄົມສຽງແຄນລາວ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ທ່ານ ຈະເລີນ ເຍຍປາວເຮີ ໄດ້ລາຍງານສະພາບການ ເຄື່ອນໄຫວວຽກງານຂອງສະມາຄົມສຽງແຄນລາວໃນໄລຍະ ຜ່ານມາ ກ່ຽວກັບການອະນຸລັກ, ສົ່ງເສີມ, ເຜີຍແຜ່ສຽງແຄນ ລາວໃຫ້ກວ້າງຂວາງ ແລະ ປົກປັກຮັກສາໃຫ້ຮຸ່ນລູກຫຼານໄດ້ ສືບທອດຕໍ່ໆກັນໄປ ໃນຖານະເປັນມໍລະດົກໂລກດ້ານວັດທະນະທຳ ທີ່ເອກອ້າງທະນົງໃຈຂອງຊາວລາວທັງຊາດ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ສະມາຄົມສຽງແຄນລາວ ທີ່ໄດ້ເຄື່ອນໄຫວຕາມ ພາລະບົດບາດ ໃນການປົກປັກຮັກສາສຽງແຄນ ອັນເປັນພູມປັນຍາ ຂອງບັນພະບຸລຸດລາວ ກໍຄືມູນເຊື້ອອັນດີງາມຂອງຊາດທີ່ມີມາແຕ່ ບູຮານນະການ, ພ້ອມທັງໄດ້ເນັ້ນໃຫ້ສະມາຄົມສຽງແຄນລາວ ເປັນເຈົ້າການສົ່ງຕໍ່ມູນມໍລະດົກອັນລໍ້າຄ່າທີ່ບັນພະບຸລຸດ ໄດ້ປະດິດສ້າງໄວ້ ໃຫ້ຄຽງຄູ່ກັບຊາດລາວຕະຫລອດການລະນານ.

