Homeຂ່າວພາຍໃນບໍລິສັດຜົ້ງສາລີຟູໄຮຖ່ານຫີນ ສົ່ງອອກຖ່ານຫີນ 17 ພັນກວ່າໂຕນ

ບໍລິສັດຜົ້ງສາລີຟູໄຮຖ່ານຫີນ ສົ່ງອອກຖ່ານຫີນ 17 ພັນກວ່າໂຕນ

ແຫລ່ງຂ່າວຈາດ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ທ່ານ ພົຕ ສົມພອນ ມິດຕະພອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຊົມກິດຈະການຂອງບໍລິສັດ ຜົ້ງສາລີຟູໄຮຖ່ານຫີນມາຍນິ້ງ ຈຳກັດຜູ້ດຽວ ຢູ່ເຂດຂຸດຄົ້ນເມືອງຜົ້ງສາລີ

ໃນວັນທີ 28 ສິງຫາ 2026 ໂດຍການຕ້ອນຮັບຂອງທ່ານ ລີຊ່າງໄຮ ປະທານບໍລິສັດຜົ້ງສາລີຟູໄຮຖ່ານຫີນມາຍນິ້ງ ຈຳກັດ ຜູ້ດຽວພ້ອມຄະນະ.

ບໍລິສັດຜົ້ງສາລີຟູໄຮ ຖ່ານຫີນ ມາຍນິ້ງ ຈຳກັດຜູ້ດຽວ ແມ່ນຂຸດຄົ້ນ ແລະ ປຸງແຕ່ງ ຖ່ານຫີນຢູ່ເຂດບ້ານຫລັກ38, ເມືອງບູນເໜືອ ແລະ ບ້ານສາລາເອເບ ເມືອງຜົ້ງສາລີ ໃນເນື້ອທີ່ 57,2 ກິໂລຕາແມັດ, ມີ 25 ອຸໂມງ, ສຳປະທານໄລຍະເວລາ 20 ປີ, ບໍລິມາດຂຸດຄົ້ນຈະໃຫ້ໄດ້ 13.400.000ໂຕນ, ຄວາມຮ້ອນ3.500-4.000 ໂດຍສົ່ງຂາຍໃຫ້ 4 ບໍລິສັດຜະລິດຊີມັງຢູ່ແຂວງອຸດົມໄຊ, ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ ແລະ ສົ່ງອອກ ສປ ຈີນ, ໃນປີ 2026 ນີ້ສາມາດສົ່ງອອກຕົວຈິງ 17.865,16 ໂຕນ. ພ້ອມນີ້, ບໍລິສັດຍັງມອບອາກອນໃຫ້ລັດ ແລະ ປະກອບສ່ວນເຮັດໃຫ້ປະຊາຊົນມີເສັ້ນທາງເຂົ້າເຖິງເຂດການຜະລິດ, ມີໄຟ້າຊົມໃຊ້ ເນື່ອງຈາກບໍລິສັດໄດ້ລົງທຶນດຶງຕາຂ່າຍໄຟຟ້າເຂົ້າໄປ.

ໂອກາດນີ້, ທ່ານ ພົຕ ສົມພອນ ມິດຕະພອນ ໄດ້ຍ້ອງຍໍຊົມເຊີຍບໍລິສັດທີ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເນັ້ນໃຫ້ບໍລິສັດສືບຕໍ່ດຳເນີນຂຸດຄົ້ນປຸງແຕ່ງສົ່ງອອກຕາມແຜນການທີ່ວາງໄວ້ ໃຫ້ໄດ້ຮັບຜົນດີ, ຮັກສາບົດບາດຂອງບໍລິສັດ, ປະຕິບັດພັນທະໃຫ້ລັດ, ຮັກສາສິ່ງແວດລ້ອມ ແລະ ປະກອບສ່ວນພັດທະນາຊີວິດການເປັນຢູ່ປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments