Homeຂ່າວໜ້າໜຶ່ງລາວໂທລະຄົມ ສາຂາແຂວງຄຳມ່ວນ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ ເມືອງຫນອງບົກ, ເມືອງເຊບັ້ງໄຟ, ເມືອງມະຫາໄຊ ແຂວງຄຳມ່ວນ

ລາວໂທລະຄົມ ສາຂາແຂວງຄຳມ່ວນ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ ເມືອງຫນອງບົກ, ເມືອງເຊບັ້ງໄຟ, ເມືອງມະຫາໄຊ ແຂວງຄຳມ່ວນ

ວັນທີ 26 ສິງຫາ 2026, ຕາງໜ້າຜູ້ບໍລິຫານ ແລະ ພະນັກງານ ລາວໂທລະຄົມ ແຂວງຄຳມ່ວນ ລົງມອບເຄື່ອງອຸປະໂພກ-ບໍລິໂພກ ທີ່ ເມືອງຫນອງບົກ,ເມືອງເຊບັ້ງໄຟ,ເມືອງມະຫາໄຊ ແຂວງ ຄຳມ່ວນ, ລວມມູນຄ່າທັງໝົດ 20,000,000 ກີບ ໄປມອບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ.

ການລົງພື້ນທີ່ໃນຄັ້ງນີ້ ບໍ່ພຽງແຕ່ເປັນການຊ່ວຍເຫຼືອດ້ານວັດຖຸ ແຕ່ຍັງເປັນການສົ່ງມອບກຳລັງໃຈອັນອົບອຸ່ນ. ໃນໂອກາດທີ່ ລາວ ໂທລະຄົມ ກ້າວເຂົ້າປີທີ 30, ພວກເຮົາຍິ່ງໃຫ້ຄວາມສຳຄັນໃນການຕອບເເທນສັງຄົມ ຕະຫຼອດໄລຍະເວລາທີ່ຜ່ານມາບໍ່ໄດ້ເປັນພຽງຜູ້ໃຫ້ບໍລິການດ້ານການສື່ສານ ແຕ່ພວກເຮົາຄືຄອບຄົວທີ່ພ້ອມຈະເຊື່ອມຕໍ່ທຸກຄວາມຊ່ວຍເຫຼືອ, ຄວາມຮັກ ແລະ ຄວາມອົບອຸ່ນ ໃຫ້ໄປເຖິງທຸກພື້ນທີ່ໃນທົ່ວປະເທດສະເໝີມາ.

ລາວ ໂທລະຄົມ ຂໍສົ່ງກຳລັງໃຈ ແລະ ຄວາມຫ່ວງໃຍ ໃຫ້ທຸກຄອບຄົວປອດໄພ ແລະ ກັບຄືນສູ່ສະຖານະການປົກກະຕິໂດຍໄວ.

#LaoTelecom#LaoTelecom30thAnniversary#ລາວໂທລະຄົມກ້າວເຂົ້າປີທີ30#ໄພນ້ຳຖ້ວມ#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ#WeAreFamilyພວກເຮົາຄືຄອບຄົວດຽວກັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments