Homeຂ່າວຕ່າງປະເທດກອງປະຊຸມເຈົ້າໜ້າທີ່ອາວຸໂສເອເປັກ ປີ 2026 ຄັ້ງທີ 3

ກອງປະຊຸມເຈົ້າໜ້າທີ່ອາວຸໂສເອເປັກ ປີ 2026 ຄັ້ງທີ 3

ວິຍຸທລະພາບສູນກາງຈີນ, ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຂອງອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ ຫລື APEC ປີ 2026 ຄັ້ງ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຕ້​າ​ລ​ຽນ​ ແຂວງ​ຫລຽວ​ນິງ​ຂອງ​ ສປ ຈີນ​ ໃນ​ລະ​ຫວ່າງ ວັນ​ທີ 27-28 ສິງ​ຫາ​ນີ້. ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ APEC “ປີ​ຈີນ” ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ​ແລະ​ ກິດ​ຈະ​ກຳ​ຫລາຍ​ທີ່​ສຸດ​. ໂດຍ​ມີໜ້າ​ທີ່​ຕົ້ນ​ຕໍຄື​ທົບ​ທວນ​ຄືນ​ ແລະ​ ສະ​ຫລຸບ​ວຽກ​ງານ “ປີ​ຈີນ”ຂອງ APEC, ຊຸກ​ຍູ້​ ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງ​ໆ​ ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ຫລາຍກວ່າ​ເກົ່າເພື່ອ​ກຽມຄວາມພ້ອມ​ໃຫ້​ແກ່ກອງ​ປະ​ຊຸມ​ຜູ້​ນຳ​ຢ່າງ​ບໍ່​ເປັນ​ທາງ​ການ ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments