ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 28 ສິງຫານີ້, ຄະນະກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າ ຈັດວາງວຽກງານກູ້ໄພ ແລະ ແກ້ໄຂໄພພິບັດ ດິນພູເຈື່ອນ ທີ່ເກີດຂຶ້ນ ຢູ່ເມືອງກິຣົງ ນະຄອນຊິກັດເຊເຂດປົກຄອງຕົນເອງຊີ່ຈ້າງ.ໂດຍມີ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ເປັນປະທານກອງປະຊຸມດັ່ງກ່າວ.
ກ່ອນເລີ່ມກອງປະຊຸມ, ທ່ານ ສີຈິ້ນຜິງ ໄດ້ສະເໜີ ຜູ້ຮ່ວມປະຊຸມທຸກຄົນລຸກຂຶ້ນ ແລະ ກົ້ມຫົວສະແດງຄວາມໄວ້ອາໄລແກ່ຜູ້ປະສົບໄພຈາກໄພພິບັດດິນພູເຈື່ອນໃນຄັ້ງນີ້. ກອງປະຊຸມຊີ້ໃຫ້ເຫັນວ່າ: ພາຍໃຕ້ການນຳພາ ທີ່ເຂັ້ມແຂງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ພາຍໃຕ້ການຊີ້ນຳຈາກໜ່ວຍງານຂອງລັດຖະບານຈີນ, ເຂດປົກຄອງຕົນເອງຊີ່ຈ້າງ, ກະຊວງຄຸ້ມຄອງການຮັບມືສຸກເສີນ ລວມເຖິງ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ພ້ອມດ້ວຍ ທີມດັບເພີງ ແລະ ກູ້ໄພ ລວມເຖິງ ກຳລັງຊ່ວຍເຫລືອມືອາຊີບອື່ນໆ ໄດ້ດຳເນີນການເຄື່ອນໄຫວກູ້ໄພຢ່າງວ່ອງໄວ, ກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງຕຳຫລວດປະກອບອາວຸດຂອງ ສປ ຈີນ ໄດ້ຮັບຄຳສັ່ງ ແລະ ເດີນທາງໄປຮອດເຂດປະສົບໄພຢ່າງທັນການ, ວຽກງານກູ້ໄພຄົ້ນຫາ ແລະ ບັນເທົາທຸກໄດ້ດຳເນີນ ຢ່າງເປັນລະບຽບຮຽບຮ້ອຍ, ການຈັດສັນ ທີ່ຢູ່ໃໝ່ໃຫ້ປະຊາຊົນທີ່ປະສົບໄພ ແລະ ວຽກງານຫລັງໄພພິບັດອື່ນໆ ໄດ້ຮັບການຊຸກຍູ້ຢ່າງຮອບດ້ານ. ກອງປະຊຸມເນັ້ນໜັກວ່າ: ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງຍຶດໝັ້ນໃນຫລັກການ ທີ່ໃຫ້ຄວາມສຳຄັນກັບປະຊາຊົນ ແລະ ຊີວິດຂອງປະຊາຊົນ ຢູ່ເໜືອທຸກສິ່ງທຸກຢ່າງ, ປະຕິບັດວຽກງານດ້ານຕ່າງໆ ຢ່າງຈິງຈັງ ດ້ວຍມາດຕະການທີ່ເຂັ້ມແຂງແລະເດັດດ່ຽວລວມເຖິງວິທີທີ່ຖືກກັບຫລັກວິທະຍາສາດ ແລະ ມີປະສິດທິພາບສູງ
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

