Homeຂ່າວໜ້າໜຶ່ງຄອສພ ສຳເລັດຊຸດອົບຮົມວຽກງານກວດກາພັກ-ກວດກາລັດ

ຄອສພ ສຳເລັດຊຸດອົບຮົມວຽກງານກວດກາພັກ-ກວດກາລັດ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ສໍາເລັດຊຸດຝຶກອົບຮົມວຽກງານກວກາພັກ-ກວດກາລັດ ແລະ ມອບໃບຢັ້ງຢືນໃຫ້ສຳມະນາກອນ ແລະ ປະກາດປິດຊຸດຝຶກອົບຮົມວຽກງານກວດກາ ປະຈຳປີ 2026 ໃນວັນທີ 28 ສິງຫາ 2026 ໂດຍມີ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ, ປະທານກວດກາພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ-ຮອງກົມ, ວິທະຍາກອນ, ພ້ອມດ້ວຍສໍາມະນາກອນ ທີ່ເຮັດວຽກງານກວດກາ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ ແລະ ຄົ້ນຄວ້າບົດຮຽນພື້ນຖານທີ່ສຳຄັນ 10 ບົດ ເຊັ່ນ: ຄວາມຮູ້ພື້ນຖານວຽກງານກວດກາພັກ; ການກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ; ການສ້າງເອກະສານ ແລະ ສຳນວນວຽກງານກວດກາ; ຈິດຕະສາດໃນວຽກງານກວດກາ; ລະບຽບວິໄນ; ການສືບສວນ-ສອບສວນ; ການຄົ້ນຄວ້າແກ້ໄຂຄຳຮ້ອງທຸກ; ການສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ; ວຽກງານກວດກາລັດ ແລະ ການຕິດຕາມກວດກາໂຄງການລົງທຶນຂອງລັດແຕ່ຫົວທີ. ນອກນັ້ນ, ສຳມະນາກອນຍັງໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ແກ້ຂໍ້ຂ້ອງໃຈຮ່ວມກັນ, ເຮັດໃຫ້ການຮຽນຮູ້ບໍ່ຈຳກັດຢູ່ພຽງການຈື່ຈຳ ຫລື ຮັບຮູ້ເທົ່ານັ້ນ, ແຕ່ເນັ້ນໃຫ້ສາມາດນຳຄວາມຮູ້ໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງ.

ໃນໂອກາດນີ້, ທ່ານ ສາຄອນ ພົມມະລາດ ໄດ້ເນັ້ນໃຫ້ສຳມະນາກອນທີ່ມີຄວາມຮັບຜິດຊອບວຽກງານກວດກາຢູ່ແຕ່ລະກົມກອງ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ປະຕິບັດລະບຽບການຢ່າງເຂັ້ມງວດ, ທີ່ໄດ້ອຸທິດເຫື່ອແຮງ, ຄວາມຮູ້, ສະຕິປັນຍາ ຕໍ່ວຽກງານດັ່ງກ່າວ. ພ້ອມນັ້ນ, ກໍໃຫ້ຮູ້ຈັກໝູນໃຊ້ຄວາມຮູ້ທີ່ໄດ້ຝຶກອົບຮົມ ໃຫ້ກາຍເປັນແບບແຜນວິທີເຮັດວຽກທີ່ສອດຄ່ອງ; ຍຶດໝັ້ນລັກສະນະ “ປ້ອງກັນ ແລະ ສ້າງ” ເປັນຕົ້ນຕໍ; ຝຶກຝົນຮັກສາຄຸນສົມບັດ, ຈັນຍາບັນ ແລະ ຄວາມກ້າຫານຂອງຜູ້ເຮັດວຽກກວດກາ ແລະ ເພີ່ມທະວີການກວດກາ, ຕິດຕາມການຈັດຕັ້ງຜົນຂະຫຍາຍມະຕິ ແລະ ແນວທາງຂອງພັກ ເພາະວ່າວຽກງານກວດກາ ແມ່ນອົງປະກອບສຳຄັນທີ່ຂາດບໍ່ໄດ້ໃນການນຳພາຂອງພັກ ໂດຍການກວດກາບໍ່ແມ່ນການ “ຈັບຜິດ” ຫລື “ຊອກຫາເລື່ອງ”, ແຕ່ແມ່ນການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມຮັບຜິດຊອບ ເພື່ອສ້າງ, ແກ້ໄຂ, ປ້ອງກັນ ແລະ ເຮັດໃຫ້ອົງການພັກມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments