ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ເຕເຮຮັງ ປະເທດອີຣານ ວ່າ: ອີຣານ ປະກາດການຄົ້ນພົບແຫລ່ງແກັສທຳມະຊາດແຫ່ງໃໝ່ ຊຶ່ງມີປະລິມານສຳຮອງ ຫລາຍກວ່າ 7,5 ພັນຕື້ແມັດກ້ອນ, ໃນຂະນະທີ່ລັດຖະບານອີຣານ ພວມເລັ່ງຟື້ນຟູກຳລັງການຜະລິດທີ່ໄດ້ຮັບຜົນກະທົບຈາກສົງຄາມທ່າມກາງແຮງກົດດັນ ຈາກມາດຕະການຂວໍ້າບາດ ຂອງ ສ.ອາເມລິກາ.
ທ່ານ ໂມຮເຊນ ປັກເນຈາດ ລັດຖະມົນຕີກະຊວງນ້ຳມັນອີຣານໄດ້ເປີດເຜີຍ ກ່ຽວກັບການຄົ້ນພົບແຫລ່ງແກັສທຳມະຊາດແຫ່ງໃໝ່ ຢູ່ບໍລິເວນ ຂອງແຂວງຟາສ ທາງພາກໃຕ້ ຂອງປະເທດ ໂດຍມີ ປະລິມານແກັສ ຫລາຍກວ່າ 7,5 ພັນຕື້ແມັດກ້ອນ.
ເມື່ອຄິດໄລ່ຈາກອັດຕາການກູ້ຄືນແກັສ ຄາດວ່າ: ຈະສາມາດສະກັດແກັສຈາກແຫລ່ງດັ່ງກ່າວຂຶ້ນມາໃຊ້ປະໂຫຍດໄດ້ ປະມານ 5,7 ພັນຕື້ແມັດກ້ອນ. ນອກຈາກນີ້, ແກັສທີ່ຄົ້ນພົບຍັງເປັນ “ແກັສຫວານ” (Sweet Gas) ຊຶ່ງມີ ສ່ວນປະກອບຂອງແກັສ ໄຮໂດຣເຈນຊັນໄຟດ໌ (Hydrogen Sulfide) ຕ່ຳຫລາຍ ຫລື ບໍ່ມີເລີຍ ເຊິ່ງຈະຊ່ວຍຫລຸດຕົ້ນທຶນໃນການພັດທະນາ ແລະ ດຳເນີນງານລົງໄດ້.

