Homeຂ່າວຕ່າງປະເທດອັງກິດ ຈັດສັນງົບປະມານເກືອບ 10.000 ລ້ານປອນ ສ້າງເຮືອນເຊົ່າລາຄາປະຢັດ

ອັງກິດ ຈັດສັນງົບປະມານເກືອບ 10.000 ລ້ານປອນ ສ້າງເຮືອນເຊົ່າລາຄາປະຢັດ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງລອນດອນ ປະເທດອັງກິດວ່າ: ອັງກິດ ປະກາດລາຍລະອຽດກ່ຽວກັບການຈັດສັນງົບປະມານເກືອບ 10.000 ລ້ານປອນ ສໍາລັບການກໍ່ສ້າງທີ່ຢູ່ອາໄສລາຄາປະຢັດ ໂດຍສະເພາະນະຄອນຫລວງລອນດອນ ເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກບັນຫາຂາດແຄນທີ່ຢູ່ອາໄສຫລາຍທີ່ສຸດ.

ໂດຍອັງກິດ ລະບຸວ່າບ້ວງເງິນຫລາຍກວ່າ 7.000 ລ້ານປອນ ຊຶ່ງເປັນງວດທຳອິດ ຈາກງົບປະມານ 39.000 ລ້ານປອນ ທີ່ໄດ້ປະກາດໄວ້ກ່ອນໜ້ານີ້ ໃນໄລຍະເວລາ 10 ປີ ໄດ້ຖືກຈັດສັນໄວ້ ສຳລັບ ເມືອງຫລວງ ໂດຍຄາດວ່າໜ່ວຍງານທ້ອງຖິ່ນຈະສ້າງເຮືອໃໝ່ໃຫ້ໄດ້ຫລາຍກວ່າເຄິ່ງໜຶ່ງ.

ທ່ານ ແອນດີ ເບີຣນແຮມ ນາຍົກລັດຖະມົນຕີອັງກິດ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງເຮືອນເຊົ່າເພື່ອສັງຄົມໃຫ້ຫລາຍຂຶ້ນ ໂດຍຈະໃຫ້ສ່ວນຫລຸດໃຫ້ແກ່ຜູ້ເຊົ່າ ປະມານ 50% ຈາກລາຄາຕະຫລາດ ເພື່ອຊ່ວຍຫລຸດຄ່າໃຊ້ຈ່າຍດ້ານສະຫວັດດີການໃນໄລຍະຍາວ ແລະ ບັນຫາຄົນບໍ່ມີເຮືອນພັກອາໄສ ລວມທັງການໃຫ້ຄວາມໝັ້ນຄົງໃຫ້ແກ່ຜູ້ທີ່ມີລາຍໄດ້ໜ້ອຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments