Homeຂ່າວຕ່າງປະເທດປິດກອງປະຊຸມວິສາມັນຄັ້ງປະຖົມມະລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ປິດກອງປະຊຸມວິສາມັນຄັ້ງປະຖົມມະລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມວິສາມັນຄັ້ງປະຖົມມະລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງ ດຳເນີນດຳເນີນເປັນເວລາ 17 ວັນ.

ຂ່າວລະບຸວ່າ: ດ້ວຍໜ້າທີ່ຈຸດສຸມແມ່ນວຽກງານນິຕິບັນຍັດ ແລະ ການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ຕາມຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງ, ຈິດໃຈເປັນເຈົ້າການ, ການກະທຳຢ່າງເດັດຂາດ ແລະ ແທ້ຈິງ ຂອງສະພາແຫ່ງຊາດ, ລັດຖະບານ, ບັນດາອົງການ ໃນການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ແລະ ການຈັດຕັ້ງປະຕິບັດໃນທັນທີ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງຫວັງຂອງປະຊາຊົນ, ວິສາຫະກິດ, ໂດຍບໍ່ຊັກຊ້າ ແລະ ບໍ່ໃຫ້ພາດໂອກາດ ພັດທະນາ ຂອງປະເທດຊາດ.

ທ່ານ ເຈີ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວປິດກອງປະຊຸມວ່າ: ສະພາແຫ່ງຊາດໄດ້ພິຈາລະນາ ຕົກລົງຮັບຮອງເອົາ 7 ມະຕິສໍາຄັນທີ່ມີຄວາມໝາຍຍຸດທະສາດ ຕໍ່ກັບການພັດທະນາຂອງປະເທດຊາດ, ເປີດສະຖານທີ່ການພັດທະນາໃໝ່, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ພັດ ທະນາຕົວເມືອງ, ຍົກສູງປະສິດທິຜົນການນຳໃຊ້ບັນດາແຫຼ່ງກຳລັງພັດທະນາ ແລະ ປະຕິບັດສຳເລັດເປົ້າໝາຍນຳການເຕີບໂຕບັນລຸລະດັບສອງໂຕເລກ. ເພື່ອໃຫ້ບັນດານະໂຍບາຍຊີ້ຂາດຂອງສະພາແຫ່ງຊາດເຂົ້າສູ່ຊີວິດຕົວຈິງໂດຍໄວ, ວຽກງານຈັດຕັ້ງປະຕິບັດຈຳເປັນຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ຮີບດ່ວນ, ມີແບບມີແຜນ, ສະເໜີໃຫ້ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການປະກາດໃຊ້ບັນດາເອກະສານຢ່າງຄົບຖ້ວນ ຕາມສິດອຳນາດ ແລະ ກະກຽມເງື່ອນໄຂທີ່ຈຳເປັນເພື່ອປະຕິບັດບັນດາກົດໝາຍ, ມະຕິໃນທັນທີ ຕັ້ງແຕ່ເວລາທີ່ມີຜົນບັງຄັບໃຊ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments