Homeຂ່າວພາຍໃນເປີດງານເວທີສົນທະນາທັກສະ AI ລາວ 2026

ເປີດງານເວທີສົນທະນາທັກສະ AI ລາວ 2026

ຫວ່າງມໍ່ໆມານີ້ ທີ່ໂຮງແຮມ ອາມາລີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານ Lao AI Skills Dialogue 2026 (ເວທີສົນທະນາທັກສະ AI ລາວ 2026) ຢ່າງເປັນທາງການພາຍໃຕ້ຫົວຂໍ້: “Building an AI-Ready Lao Through Skills and Collaboration” (ສ້າງທັກສະ ແລະ ຄວາມຮ່ວມມື ເພື່ອຄວາມພ້ອມດ້ານປັນຍາປະດິດ ໃນ ສປປ ລາວ). ງານດັ່ງກ່າວຈັດຂຶ້ນພາຍໃຕ້ການຮ່ວມມືຂອງ ວິທະຍຸຊາວໜຸ່ມລາວ, ບໍລິສັດ XM Innovator ແລະ ມູນນິທິອາຊຽນ (ASEAN Foundation).

ງານໃນຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີຍຸດທະສາດສຳຄັນໃນການເຕົ້າໂຮມບັນດາຕົວແທນຈາກພາກລັດ, ສະຖາບັນການສຶກສາ, ພາກເອກະຊົນ, ຂະແໜງເຕັກໂນໂລຊີ, ອົງການພັດທະນາ, ທີມງານ AI Master Trainers, ຊາວໜຸ່ມ ແລະ ຜູ້ຂັບເຄື່ອນດ້ານ AI ໃນລາວ ເພື່ອຮ່ວມກັນແລກປ່ຽນບົດຮຽນ, ກຳນົດທິດທາງ ແລະ ຍົກລະດັບທັກສະດ້ານປັນຍາປະດິດ (AI) ໃຫ້ສອດຄ່ອງກັບການປ່ຽນແປງຂອງເສດຖະກິດ-ສັງຄົມໃນຍຸກດີຈີຕອນ.

ໃນພິທີດັ່ງກ່າວ, ທ່ານ ທະນົງເດືອນ ຕຸລິຫົງ ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ (ຕາງໜ້າໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ) ໄດ້ໃຫ້ກຽດຮ່ວມເປັນປະທານ ແລະ ປະກອບຄຳຄິດເຫັນກ່ຽວກັບວິໄສທັດ, ການພັດທະນາ ແລະ ການນຳໃຊ້ AI ຢູ່ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານ ດາວເຮືອງ ບົວເງິນ ຮັກສາການຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ກໍໄດ້ໃຫ້ກຽດຮ່ວມເປັນວິທະຍາກອນບັນຍາຍ ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາໃນງານ.

ປະເດັນສຳຄັນທີ່ໄດ້ຮ່ວມສົນທະນາ ແລະ ແລກປ່ຽນພາຍໃນງານປະກອບມີ: ການປະຍຸກໃຊ້ AI: ການນຳໃຊ້ AI ເຂົ້າໃນຂະແໜງການສຶກສາ, ຍົກລະດັບທຸລະກິດ ແລະ ການເພີ່ມປະສິດທິພາບການເຮັດວຽກ, ຖອດຖອນບົດຮຽນ: ແລກປ່ຽນປະສົບການຈາກໂຄງການ AI Ready ASEAN, ຕອບໂຈດຕະຫຼາດແຮງງານ: ວິເຄາະຄວາມຕ້ອງການທັກສະ AI ຂອງຕະຫຼາດແຮງງານລາວໃນອະນາຄົດ ແລະ ສ້າງເຄືອຂ່າຍ: ເປີດໂອກາດໃຫ້ທຸກພາກສ່ວນໄດ້ສ້າງເຄືອຂ່າຍຄວາມຮ່ວມມືຂ້າມຂະແໜງການ ເພື່ອຮ່ວມກັນຂັບເຄື່ອນເຕັກໂນໂລຊີອັດສະລິຍະໃນ ສປປ ລາວ.

ການເຂົ້າຮ່ວມງານຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຊຸກຍູ້ ແລະ ເນັ້ນຢ້ຳເຖິງຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ ສປປ ລາວ ມີຄວາມພ້ອມຢ່າງເຕັມຮູບແບບໃນການກ້າວເຂົ້າສູ່ຍຸກອະນາຄົດທີ່ຂັບເຄື່ອນດ້ວຍປັນຍາປະດິດ.

(ຂ່າວ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments