ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (EU) ຈະສົ່ງເຮລິກົບແຕ້ ແລະ ເຈົ້າໜ້າທີ່ດັບເພີງເຂົ້າຊ່ວຍເຫລືອແຊກບີ ຫລັງຈາກປະເທດດັ່ງກ່າວຕ້ອງຜະເຊີນກັບໄຟໄໝ້ປ່າຄັ້ງໃຫຍ່ ໃນເຂດປົກປັກຮັກສາທຳມະຊາດທາງຕາເວັນອອກສຽງເໜືອ ຊຶ່ງສືບຕໍ່ແຜ່ລາມອອກໄປເປັນເວລາຫລາຍອາທິດ.
ໂດຍທ່ານ ອັນເດຣຍ ເບັກເກີຣາດ (Andreas Beckerath) ຫົວໜ້າຄະນະຜູ້ຕາງໜ້າເອີຣົບ ປະຈຳນະຄອນຫລວງເບນເກດ ປະເທດແຊກບີ ໄດ້ເປີດເຜີຍວ່າ EU ຈະໃຫ້ການຊ່ວຍເຫລືອແຊກບີ ຜ່ານກົນໄກການປົກປ້ອງພົນລະເຮືອນຂອງສະຫະພາບເອີຣົບ (EU Civil Protection Mechanism) ຫລັງຈາກລັດຖະບານແຊກບີໄດ້ຂໍຄວາມຊ່ວຍເຫລືອ.
ຈຸດທີ່ເກີດໄພພິບັດໄຟໄໝ້ປ່າຄັ້ງໃຫຍ່ນີ້ແມ່ນຢູ່ໃນເຂດປົກປັກຮັກສາທຳມະຊາດ ເດລີບລັສກາ ເປສຊາຣາ (Deliblatska Pescara) ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຫລວງເບນເກດ ຂອງແຊກບີ ປະມານ 80 ກິໂລແມັດ ໂດຍເປັນພື້ນທີ່ທຳມະຊາດທີ່ມີທັງເນີນຊາຍ ແລະ ຜືນປ່າ. ນອກຈາກນັ້ນຍັງເກີດໄຟໄໝ້ປ່າຂຶ້ນ ໃນຫລາຍພື້ນທີ່ທາງຕາເວັນອອກສຽງໃຕ້ ຂອງປະເທດອີກດ້ວຍ.

