ກະຊວງປ້ອງກັນຄວາມສະຫງົບ ແຈ້ງການກ່ຽວກັບການນຳໃຊ້ບັດປະຈຳຕົວແບບໃໝ່ ແລະ ບັດປະຈຳຕົວດິຈິຕອນ (LAeID) ເພື່ອອຳນວຍຄວາມສະດວກໃນການຢັ້ງຢືນຕົວຕົນ ແລະ ການໃຊ້ບໍລິການຕ່າງໆ.

ຕາມແຈ້ງການ, ເລີ່ມນຳໃຊ້ບັດປະຈຳຕົວແບບໃໝ່ ແລະ LAeID ຢ່າງເປັນທາງການ ຕັ້ງແຕ່ວັນທີ 18 ກໍລະກົດ 2026 ເປັນຕົ້ນໄປ.

ການດຳເນີນງານດັ່ງກ່າວ, ມີເປົ້າໝາຍຍົກສູງການບໍລິການປະຊາຊົນ, ສ້າງຄວາມສະດວກ, ວ່ອງໄວ ແລະ ປອດໄພ ໃນການຢືນຢັນຕົວຕົນໃນຍຸກດີຈິຕອນ.

