ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ຂຶ້ນໃນລະຫວ່າງວັນທີ 11–12 ສິງຫານີ້, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ທັງເປັນປະທານ ຄລທ, ໄດ້ຮັບກຽດເຂົ້າຮ່ວມ ໃຫ້ທິດຊີ້ນຳໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ຮອງລັດຖະມົນຕີ, ພະນັກງານຫຼັກແຫຼ່ງຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ.
ກອງປະຊຸມ ໄດ້ຮັບຟັງການລາຍງານສະຫຼຸບຕີລາຄາສະພາບການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການໃນຕໍ່ໜ້າ, ຮັບຟັງຜົນການປະເມີນການຈັດຕັ້ງປະຕິ ບັດດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025; ພ້ອມທັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ທ້ອງຖິ່ນ ແລະ ຕາງໜ້າພາກທຸລະກິດ ຕໍ່ກັບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍຕີລາຄາສູງຕໍ່ບົດບາດຂອງການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະ ເທດ. ນັບແຕ່ໄດ້ເປີດກວ້າງການລົງທຶນເປັນຕົ້ນມາ, ລັດຖະບານໄດ້ມີການປັບປຸງນິຕິກຳ ແລະ ນະໂຍ ບາຍຕ່າງໆ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລຍະ ເພື່ອແນໃສ່ດຶງດູດການລົງທຶນ, ວິຊາການ ແລະ ແຫຼ່ງທຶນສຳຄັນຢ່າງຕໍ່ເນື່ອງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ນັບແຕ່ປີ 1989 ຮອດປັດຈຸບັນ ມີການລົງທຶນທັງໝົດ 5,394 ໂຄງການ, ມູນຄ່າລວມ 65.5 ຕື້ໂດລາ. ໃນນັ້ນ, ການລົງທຶນພາຍໃນ (ສະເພາະກິດຈະການຄວບຄຸມ ແລະ ສຳປະທານ) ກວມເອົາປະມານ 23% ຂອງການອະນຸມັດທັງໝົດ, ປະເທດທີ່ລົງທຶນຫຼາຍກວ່າໝູ່: ອັນດັບ 1 ແມ່ນ ສປ ຈີນ (970 ໂຄງການ, ມູນຄ່າ 15 ຕື້ໂດລາ), ອັນດັບ 2 ແມ່ນ ສສ ຫວຽດນາມ (441 ໂຄງການ, ມູນຄ່າ 12.7 ຕື້ໂດລາ) ແລະ ຣາຊະອານາຈັກໄທ (686 ໂຄງການ, ມູນຄ່າ 6.9 ຕື້ໂດລາ), ໃນ 7 ເດືອນຕົ້ນປີ 2026 ໄດ້ອະນຸມັດການລົງທຶນໃນກິດຈະການສຳປະທານ ແລະ ກິດຈະການຄວບຄຸມ ທັງໝົດ 34 ໂຄງການ, ມູນຄ່າ 8.5 ຕື້ໂດລາ, ເພີ່ມຂຶ້ນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ແລະ ສາມາດນຳເຂົ້າທຶນຕົວຈິງໄດ້ຫຼາຍກວ່າ 1 ຕື້ໂດລາ.

ທ່ານ ສອນໄຊ ສີພັນດອນ, ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ຊຶ່ງເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ໄຂຂຶ້ນໃນໄລຍະທີ່ທົ່ວພັກ-ລັດ ແລະ ປະຊາຊົນ ພວມຕັ້ງໜ້າແຂ່ງຂັນສ້າງຜົນງານເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພາຍໃຕ້ຄຳຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາ ຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).
ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳທິດທາງໃນຕໍ່ໜ້າ ຄື: ບຸກທະລຸດ້ານຈິນຕະນາການໃໝ່: ສ້າງການຫັນປ່ຽນໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ມີຄວາມວ່ອງໄວ, ທັນການ, ມີຄຸນນະພາບ, ໂປ່ງໃສ ແລະ ເປັນມືອາຊີບ, ຫັນເປັນທັນສະໄໝ: ເອົາໃຈໃສ່ຍົກສູງວຽກງານຄຸ້ມຄອງ ແລະ ກວດກາບັນດາໂຄງການສຳປະທານທີ່ໄດ້ອະນຸມັດຜ່ານມາ ແລະ ໂຄງການໃໝ່ທີ່ຈະອະນຸມັດໃນຕໍ່ໜ້າ ໃຫ້ຮັດກຸມ, ລະອຽດ, ຈະແຈ້ງ ບົນພື້ນຖານນິຕິກຳ ແລະ ລະບຽບກົດໝາຍ, ແກ້ໄຂປະກົດການຫຍໍ້ທໍ້: ເດັດ ຂາດແກ້ໄຂບັນຫາຫຍໍ້ທໍ້ໃນຂະແໜງການລົງທຶນຢ່າງຈິງຈັງ, ເພີ່ມທະວີມາດຕະການທີ່ເຂັ້ມງວດ, ນຳໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດຕໍ່ຜູ້ລະເມີດ ແລະ ຍ້ອງຍໍຊົມເຊີຍຜູ້ມີຜົນງານດີເດັ່ນ ທັງພາກລັດ ແລະ ພາກທຸລະກິດ.
ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາບັນຫາສຳຄັນຕ່າງໆ ໂດຍມອບໃຫ້ທຸກກະຊວງ, ອົງ ການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ປະຕິບັດພາລະບົດບາດຂອງຕົນ ເພື່ອຊຸກຍູ້ການລົງທຶນພາກເອກະຊົນໃຫ້ບັນລຸ 409,470 ຕື້ກີບ (ເທົ່າກັບ 64.4% ຂອງການລົງທຶນທັງໝົດ) ຕາມຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026–2030), ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນຕາມທິດຍືນຍົງ ແລະ ສີຂຽວ, ສ້າງກົນໄກທີ່ເອື້ອອຳນວຍໃຫ້ທຸລະກິດພາຍໃນສາມາດແຂ່ງຂັນໄດ້ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
ພ້ອມດຽວກັນນັ້ນ, ໄດ້ຊີ້ນຳໃຫ້ເລັ່ງປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປີ 2024 ແລະ ກົດໝາຍທີ່ກ່ຽວຂ້ອງ; ເຫັນດີສະເໜີປັບປຸງດຳລັດ ເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ເພື່ອໃຫ້ກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ສອດຄ່ອງກັບກົງຈັກດ້ານພັກ ແລະ ຕອບສະໜອງໜ້າທີ່ການເມືອງໄດ້ຢ່າງມີປະສິດທິພາບ. ໃຫ້ ຄລທ ສືບຕໍ່ເປັນໃຈກາງປະສານງານ, ປັບປຸງກົນໄກການພິຈາລະນາອະນຸມັດໂຄງການ (ໂດຍສະເພາະກິດຈະການຄວບຄຸມ ແລະ ສຳປະທານ) ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ເພື່ອດຶງດູດນັກລົງທຶນທີ່ມີຄຸນນະພາບ ແລະ ທຶນຮອນຕົວຈິງ ພ້ອມທັງຈັດຕັ້ງປະຕິບັດການລວມສູນວຽກງານເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ສັນຍາລົງທຶນ ຢູ່ ຄລທ ແຕ່ລະຂັ້ນ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 564/ຫສນຍ, ລົງວັນທີ 5 ພຶດສະພາ 2026 ຢ່າງເຂັ້ມງວດ.

