ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ການຄົ້ນຄວ້າໃໝ່ທີ່ດຳເນີນຮ່ວມກັນໂດຍມະຫາວິທະຍາໄລ Adelaide ຂອງອົສຕຣາລີ ແລະ ມະຫາວິທະຍາໄລຮ່ອງກົງ (ຈີນ) ເປີດເຜີຍວ່າ, ຄື້ນຄວາມຮ້ອນໃນມະຫາສະໝຸດກຳລັງກາຍເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະກາລັງທີ່ກຳລັງຈະສູນພັນ ຫຼື ປະລິມານສັດນໍ້າທີ່ຫຼຸດລົງເທົ່ານັ້ນ. ໂດຍທີມນັກຄົ້ນຄວ້າກຳລັງຮຽກຮ້ອງໃຫ້ຄື້ນຄວາມຮ້ອນໃນມະຫາສະໝຸດເປັນບັນຫາສາທາລະນະສຸກທີ່ສຳຄັນ, ໂດຍເຕືອນບໍ່ໃຫ້ມອງຂ້າມຜົນກະທົບຂອງມັນຕໍ່ມະນຸດເຖິງວ່າຈະມີຫຼັກຖານທີ່ເພີ່ມຂຶ້ນຂອງຜົນກະທົບຢ່າງກວ້າງຂວາງ.
ຜົນການສຶກສາຊີ້ໃຫ້ເຫັນວ່າ: ໄລຍະເວລາທີ່ອຸນຫະພູມມະຫາສະໝຸດສູງຜິດປົກກະຕິຍາວນານ ສາມາດສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ, ທັງສະພາບອາກາດທີ່ຮ້າຍແຮງຂຶ້ນ, ປະລິມານອາຫານທະເລຫຼຸດລົງ ແລະ ບັນຫາສຸຂະພາບຈິດທີ່ເພີ່ມຂຶ້ນໃນຊຸມຊົນແຄມຝັ່ງທະເລ. ໂດຍຄື້ນຄວາມຮ້ອນໃນມະຫາສະໝຸດເກີດຖີ່ຫຼາຍຂຶ້ນ, ຍາວນານຂຶ້ນ ແລະ ຮ້າຍແຮງຂຶ້ນຕາມສະພາບອາກາດທີ່ອົບອຸ່ນຂຶ້ນ, ລວມທັງກ່ຽວຂ້ອງກັບການຕາຍຂອງສິ່ງທີ່ມີຊີວິດໃນທະເລຈຳນວນຫຼາຍ, ການຟອກຂາວຂອງປະກາລັງ, ການເຕີບໃຫຍ່ຂອງສາຫຼ່າຍທະເລທີ່ເປັນອັນຕະລາຍ ແລະ ຜົນກະທົບຕໍ່ການຫາປາ ແລະ ການລ້ຽງສັດນ້ຳ.
ທ່ານ ລໍຣາ ຟາລເຄນເບີກ ຈາກມະຫາວິທະຍາໄລ Adelaide ກ່າວວ່າ: ຜົນກະທົບຂອງຄື້ນຄວາມຮ້ອນໃນມະຫາສະໝຸດຕໍ່ມະນຸດໄດ້ຮັບຄວາມສົນໃຈໜ້ອຍກວ່າຜົນກະທົບຕໍ່ສິ່ງແວດລ້ອມ. ຜົນການສຶກສາລະບຸວ່າ: ອຸນຫະພູມມະຫາສະໝຸດທີ່ຮຸນແຮງປະກອບສ່ວນເຮັດໃຫ້ລະບົບສະພາບອາກາດທີ່ຮ້າຍແຮງຂຶ້ນ, ເພີ່ມຄວາມສ່ຽງຂອງພາຍຸ ແລະ ນ້ຳຖ້ວມ, ໃນຂະນະທີ່ການແຜ່ລະບາດຂອງສາຫຼ່າຍທີ່ເປັນອັນຕະລາຍສາມາດປົນເປື້ອນອາຫານທະເລ ແລະ ກໍ່ໃຫ້ເກີດຄວາມສ່ຽງຮ້າຍແຮງຕໍ່ສຸຂະພາບ. ປະລິມານປາ ແລະ ການຜະລິດອາຫານທະເລທີ່ຫຼຸດລົງອາດຈະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານອາຫານຂອງປະຊາຊົນຫຼາຍພັນລ້ານຄົນ. ຍິ່ງໄປກວ່ານັ້ນ, ຄື້ນຄວາມຮ້ອນໃນມະຫາສະໝຸດສາມາດມີຜົນກະທົບທາງດ້ານຈິດໃຈ, ລວມທັງຄວາມກັງວົນ, ຄວາມໂສກເສົ້າ ແລະ ບັນຫາສຸຂະພາບຈິດອື່ນໆ, ໃນຊຸມຊົນແຄມຝັ່ງທະເລ ຊຶ່ງມີການລົງຊີວິດ ແລະ ເອກະລັກທາງວັດທະນະທຳທີ່ມີຄວາມຜູກພັນຢ່າງໃກ້ຊິດກັບທະເລ.

