Homeຂ່າວກິລາການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ເພື່ອເປັນການສະຫຼອງສາຍສໍາພັນທະມິດອັນຍາວນານ ເຖິງ 25 ປີນີ້. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັນຈັດການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV (2026) ຢ່າງຍິ່ງໃຫຍ່ ເພື່ອສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື, ພິທີຖະແຫຼ່ງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້ ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານ ສະຫະພັນ ດອກປີກໄກ່ແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ແລະ ສິດປະໂຫຍດ ບໍລິສັດ ເບຍລາວ ຈຳກັດ, ມີບັນດາທ່ານຄະນະບໍລິຫານງານສະຫະພັນ, ແຂກຜູ້ມີກຽດ, ຕາງໜ້າຈາກກະຊວງ, ກົມກອງຂະແໜງການທີ່ກ່ຽວຂ້ອງ, ສື່ມວນຊົນ, ບັນດາສະໂມສອນ, ຄູຝຶກ ແລະ ທີມນັກກິລາເຂົ້າຮ່ວມ.

ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວໄດ້ກ່າວວ່າ: ການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ 25 ປະຈຳປີ 2026 ຕະຫຼອດ ໄລຍະເວລາຫຼາຍກວ່າ 25 ປີ ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຄຽງຄູ່ ແລະ ເປັນຜູ້ສະໜັບສະໜູນຫຼັກ ທີ່ໃຫ້ການອຸ້ມຊູຍົກຍໍວົງການກິລາດອກປີກໄກ່ລາວມາໂດຍຕະຫຼອດ. ການສະໜັບສະໜູນໃນຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ການສະໜັບສະໜູນທາງດ້ານງົບປະມານເທົ່ານັ້ນ, ແຕ່ແມ່ນ “ການຮ່ວມສ້າງອະນາຄົດ” ແລະ ຍົກລະດັບມາດຕະຖານກິລາດອກປີກໄກ່ໃນ ສປປ ລາວ ໃຫ້ກ້າວໄປອີກຂັ້ນໜຶ່ງຢ່າງມີທິດທາງ ແລະ ຍືນຍົງ. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ສໍາເລັດການສ້າງຖານຂໍ້ມູນຢ່າງເປັນລະບົບ ໂດຍມີ 26 ສະໂມສອນທົ່ວປະເທດ ທີ່ໄດ້ລົງທະບຽນເປັນສະມາຊິກຢ່າງເປັນທາງການ ແລະ ມີນັກກິລາໃນລະບົບຫຼາຍກວ່າ 500 ຄົນ. ນີ້ແມ່ນການຢັ້ງຢືນເຖິງຄວາມເຂັ້ມແຂງ ດ້ານການບໍລິຫານຈັດການ, ການມີໂຄງສ້າງສະໂມສອນທີ່ຊັດເຈນ ແລະ ຄວາມພ້ອມທີ່ຈະຂັບເຄື່ອນກິດຈະກຳກິລາລະດັບຊາດໄດ້.

ການແຂ່ງຂັນຈະຈັດຂຶ້ນ ໃນລະຫວ່າງ ວັນທີ 27-30 ສິງຫາ 2026 ຢູ່ທີ່ເດີ່ນດອກປີກໄກ່ ມິດຕະພາບລາວ-ໄທ (ບຶງຂະຫຍອງ). ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 21 ລາຍການ ເກັບກຳຄະແນນສະສົມ (National Ranking) ດັ່ງນີ້: ຮຸ່ນເຍົາວະຊົນ ມີ 4 ລາຍການ U13 U15 U17 U19 ແລະ ເພີ່ມອີກ 4 ລາຍການ ສໍາລັບມືສະໝັກຫຼິ້ນ ຊຶ່ງນັກກິລາໄດ້ລົງທະບຽນເຂົ້າຮ່ວມ ທັງໝົດ 197 ຄູ່ BG/S-73 ຜ່ານແລ້ວ 32 ຄູ່ ເຕັມ, S-S 62 ຄູ່ ຜ່ານແລ້ວ 32 ເຕັມ, SN 37 ຄູ່ ຜ່ານແລ້ວ 32 ຄູ່ ເຕັມ ແລະ NP-25 ຄູ່ ຜ່ານແລ້ວ 22 ຄູ່

ສໍາລັບດອກປີກໄກ່ ທີ່ຈະໃຊ້ໃນການແຂ່ງຂັນນັ້ນ ແມ່ນ ຍີ່ຫໍ້ “GXS 76” ກະຕິກາ ແລະ ລະບຽບການແຂ່ງຂັນ ກໍໄດ້ເຜີຍແຜ່ໄປແລ້ວ. ກຳມະການຕັດສິນແມ່ນຈະນໍາໃຊ້ຄົນພາຍໃນຜູ້ທີ່ມີປະສົບການຫຼາກຫຼາຍ ແລະ ກໍຈະມີການຝຶກອົບຮົມເອົາຜູ້ໃໝ່ດ້ວຍ. ທ່ານ ຈັນສະໝອນ ຜ່ອງຈັນທາ ໄດ້ກ່າວວ່າ: ສໍາລັບປີນີ້ ບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນ ລວມມູນຄ່າ ເປັນຈຳນວນ 770 ລ້ານກີບ ຊຶ່ງໃນນັ້ນມີທັງຜະລິດຕະພັນ ແລະ ເງິນສົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments