ໃນວັນທີ 14 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ບັນດາການນຳ, ອະດີດການນຳ ພັກ-ລັດ ພ້ອມດ້ວຍມວນຊົນ ຊາວນະຄອນຫຼວງວຽງຈັນ, ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ຮ່ວມໃສ່ບາດຖວາຍສັງຂະທານແດ່ພະສົງເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ ທີ່ຜ່ານມາ ດ້ວຍພະຍາດຂອງຜູ້ກ່ຽວລວມອາຍຸໄດ້ 70 ປີ.

ການໃສ່ບາດຖວາຍສັງຂະທານ ໃນຄັ້ງນີ້ ດຳເນີນໄປຕາມຮີດຄອງປະເພນີ ແລະ ຫຼັກພຸດທະສາສະໜາ ໂດຍໄດ້ຟັງທຳມະເທດສະໜາ. ຫຼັງຈາກນັ້ນ, ບັນດາການນຳພັກ-ລັດ ພ້ອມດ້ວຍມວນຊົນ ໄດ້ຮ່ວມກັນໃສ່ບາດຖວາຍສັງຂະທານແດ່ພະສົງ ດ້ວຍຈິດໃຈເຄົາລົບ ແລະ ສຳລວມ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ຕາມຄວາມເຊື່ອຖືທາງພຸດທະສາສະໜາ, ທັງສະທ້ອນໃຫ້ເຫັນເຖິງການສືບສານຮັກສາຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາ ແຕ່ອະດີດຈົນຮອດປັດຈຸບັນ.

ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍທີ່ໃຫຍ່ຫຼວງສຳລັບ, ພັກ – ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ ພັກ-ລັດ ສູນເສຍພະນັກງານການນຳຂັ້ນສູງ, ການນຳຍຸດທະສາດ ທີ່ສໍາຄັນໄປອີກສະຫາຍໜຶ່ງ ຊຶ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງໃຫ້ແກ່ພັກ-ລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດຜູ້ຢູ່ໃກ້ ແລະ ໄກຢ່າງຫາອັນປຽບບໍ່ໄດ້.

