ໃນວັນທີ 13 ສິງຫາຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມປຶກສາຫາລືດ້ານການຕ່າງປະເທດ (Foreign Office Consultation-FOC) ລະຫວ່າງ ສປປ ລາວ ແລະ ບັງກະລາເທດ ຄັ້ງປະຖົມປະລືກ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອາຊັດ ອາລຳ ສິອາມ (Asad Alam Siam), ເລຂາທິການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນບັງກະລາເທດໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນສໍາຄັນປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ. ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາພ້ອມທັງປຶກສາຫາລື ກ່ຽວກັບ ທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນຂົງເຂດທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ມີທ່າແຮງຮ່ວມກັນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບັງກະລາເທດ ຕະຫຼອດໄລຍະ 38 ປີຜ່ານມາ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນໃນປີ 1988 ເປັນຕົ້ນມາ ຊຶ່ງສອງປະເທດສືບຕໍ່ຮັກສາໄດ້ການພົວພັນຮ່ວມມືອັນດີ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ ອັນເປັນພື້ນຖານທີ່ເຂັ້ມແຂງໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດໃຫ້ກ້າວໄປສູ່ລະດັບໃໝ່ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນສອງຊາດໃນອະນາຄົດ. ຢ່າງໃດກໍຕາມ, ໃນຊຸມປີຜ່ານມາ, ການແລກປ່ຽນການຢ້ຽມຢາມລະຫວ່າງການນຳ ແລະ ຄະນະຜູ້ແທນຂັ້ນຕ່າງໆຂອງສອງປະເທດຍັງມີຄວາມຈຳກັດຊຶ່ງທັງສອງຝ່າຍເຫັນດີສືບຕໍ່ຊຸກຍູ້ໃນການເພີ່ມທະວີການແລກປ່ຽນຢ້ຽມຢາມໃນທຸກລະດັບລວມທັງການແລກປ່ຽນຢ້ຽມ ຢາມຂອງການນໍາຂັ້ນສູງ ແລະ ການພົວພັນຮ່ວມມືພາກປະຊາຊົນ ໂດຍສະເພາະໃນໂອກາດຄົບຮອບ 40 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ທີ່ກໍາລັງຈະມາເຖິງໃນປີ 2028 ນີ້.

ໃນກອງປະຊຸມ, ສອງຝ່າຍ ຍັງໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນການຮ່ວມມືທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານກົງສຸນ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ. ສອງຝ່າຍ ເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ສະພາບການສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ກອງປະຊຸມຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ, ສ້າງສັນ, ມີເນື້ອໃນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ. ຫຼັງຈາກສໍາເລັດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມປຶກສາຫາລືດ້ານການຕ່າງປະເທດ ລະຫວ່າງ ສປປ ລາວ ແລະ ບັງກະລາເທດ ຄັ້ງປະຖົມປະລືກ ໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ ໃນຕໍ່ໜ້າ.
(ຂ່າວ: ກຕທ)

