Homeຂ່າວໜ້າໜຶ່ງຄະນະນຳແຂວງບໍ່ແກ້ວ ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະນຳແຂວງບໍ່ແກ້ວ ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 11 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ, ໃນນາມການນຳແຂວງ, ສະພາປະຊາຊົນແຂວງ ແລະ ປະຊາຊົນແຂວງບໍ່ແກ້ວ, ຊຶ່ງນຳໂດຍ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳ ມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ແດ່ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເສຍຊີວິດໃນວັນທີ 8 ສິງຫາ 2026 ລວມ ອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງແມ່ນໜຶ່ງໃນການນຳຫລັກແຫລ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີໄຫວພິບ ແລະ ເປັນຜູ້ມີປະສົບການ ຜ່ານການເປັນຜູ້ນໍາຢູ່ທ້ອງຖິ່ນ ແລະ ຫລາຍຂະແໜງການ ທັງເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫລອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວ ບັນດາເຜົ່າ.

ການເຂົ້າວາງພວງມາລາ ແລະ ໄວ້ອາໄລຂອງຄະນະນຳແຂວງບໍ່ແກ້ວ ໃນຄັ້ງນີ້ ເພື່ອເປັນການ ສະແດງເຖິງຄວາມເຄົາລົບ, ຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຈົດຈຳເຖິງຄຸນງາມຄວາມດີ ຜົນງານຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ຄົງຢູ່ໃນຄວາມຊົງຈຳ ຂອງບັນດາສະຫາຍ, ພະນັກງານ ແລະ ປະຊາຊົນສືບໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments