ໃນວັນທີ 11 ສິງຫາ 2026 ສົມເດັດມະຫາຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງລາຊະອານາຈັກກຳປູເຈຍພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ກນເຂົ້າວາງພວງມາລາ ແລະ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນ ຂອງພັກ ລັດ ແລະ ປະຊາຊົນກຳປູເຈຍ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປ ລາວ ພ້ອມທັງສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ພັກ ລັດ ແລະ ປະຊາຊົນ ລາວ-ກຳປູເຈຍ.

ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ ໂດຍເລີ່ມແຕ່ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ຢູ່ສະໜາມຫຼວງ ນະຄອນຫຼວງວຽງຈັນ.

